ທ່ານ J. Widodo ປະ​ທາ​ນາ​ທິ​ບໍ​ດີ​ ອິນ​ໂດ​ເນ​ເຊຍ ສ້າງ​ຂີດ​ໝາຍ ໃນ​ການດຳ​ລົງຕຳ​ແໜ່ງ​ປະ​ທາ​ນາ​ທິ​ບໍ​ດີ​ ອາ​ຍຸ​ການ ທີ 2 ​ຄົບ​ຮອບ 100 ວັນດ້ວຍ​ອິດ​ທິ​ພົນ​​ຊື່​ສຽງ​ສູງ

(VOVWORLD) -ຕາມໝາກຜົນຂອງການສຳຫຼວດຫຼ້າສຸດ ຂອງ ອົງການ ສຳຫຼວດ ຫາງສຽງ ອິນໂດ Barometerແລ້ວ, ອັດຕາ ຜູ້ສະໜັບສະໜູນຕໍ່ທ່ານ J. Widodo ປະທານາທິບໍດີ ອິນໂດເນເຊຍແມ່ນຢູ່ໃນລະດັບສູງ ພາຍຫຼັງການດຳລົງຕຳແໜ່ງປະທານາທິບໍດີ ອາຍຸການທີ 2ມາໄດ້ 100 ວັນ.

ທ່ານ J. Widodo ປະ​ທາ​ນາ​ທິ​ບໍ​ດີ​ ອິນ​ໂດ​ເນ​ເຊຍ ສ້າງ​ຂີດ​ໝາຍ ໃນ​ການດຳ​ລົງຕຳ​ແໜ່ງ​ປະ​ທາ​ນາ​ທິ​ບໍ​ດີ​ ອາ​ຍຸ​ການ ທີ 2 ​ຄົບ​ຮອບ 100 ວັນດ້ວຍ​ອິດ​ທິ​ພົນ​​ຊື່​ສຽງ​ສູງ - ảnh 1ທ່ານ J. Widodo ປະທານາທິບໍດີ ອິນໂດເນເຊຍໄປກວດເຂດໄຟໄມ້ປ່າ ໃນວັນທີ 17 ກັນຍາ 2019

(ພາບ: AFP/TTXVN)

ຕາມໝາກຜົນຂອງການສຳຫຼວດທີ່ໄດ້ປະກາດໃນວັນທີ 16 ກຸມພາ, ມີ ກ່ວາ 70% ຈຳນວນຜູ້ຖືກຖາມຮູ້ສຶກພໍໃຈກ່ຽວກັບປະສິດທິຜົນວຽກງານຂອງທ່ານ ປະທານາທິບໍດີ J. Widodo. ສ່ວນທ່ານ Rokhmin Dahuri ນັກການເມືອງຂຶ້ນກັບພັກປະຊາທິປະໄຕຕໍ່ສູ້ ຂອງອິນໂດເນເຊຍ (PDI-P) ກຳອຳນາດຖືວ່າ ອັດຕາຜູ້ສະໜັບສະໜູນທ່ານ J. Widodo ຢູ່ໃນລະດັບສູງນັ້ນແມ່ນສິ່ງທີ່ອາດຈະຄາດຄະເນລ່ວງໜ້າໄດ້, ແຕ່ວ່າບໍ່ໄດ້ປະໝາດໃນສະພາບການ ເຕີບໂຕເສດຖະກິດຍັງອືດອາດຊັກຊ້າ.

ຕອບກັບ

ຂ່າວ/ບົດ​ອື່ນ