ທ່ານ Putin ໄດ້​ຖະ​ແຫຼງພ້ອມ​ແລ້ວ​ທີ່​ຈະ ​ເຈ​ລະ​ຈາ ກັບຄູ່​ຕຳ​ແໜ່ງ ອາ​ເມ​ລິ​ກາ

(VOVWORLD) - ວັນທີ 20 ມິຖຸນາ, ທ່ານ Vladimir Putin ປະທານາທິບໍດີ ລັດເຊຍ ໃຫ້ຮູ້ວ່າ ທ່ານພ້ອມແລ້ວທີ່ຈະເຈລະຈາ ກັບຄູ່ຕຳແໜ່ງ ອາເມລິກາ Donald Trump ຖ້າຫາກມີໂອກາດ, ແຕ່ກໍ່ຖືວ່າ ບັ້ນຫາສຽງເລືອກຕັ້ງ ຄືນໃໝ່ຂອງ ທ່ານ Donald Trump ອາດຈະເຮັດໃຫ້ການພົວພັນສອງຝ່າຍສັບສົນຂຶ້ນ. 
ທ່ານ Putin ໄດ້​ຖະ​ແຫຼງພ້ອມ​ແລ້ວ​ທີ່​ຈະ ​ເຈ​ລະ​ຈາ ກັບຄູ່​ຕຳ​ແໜ່ງ ອາ​ເມ​ລິ​ກາ - ảnh 1 ທ່ານ Vladimir Putin ປະທານາທິບໍດີ ລັດເຊຍ ແລະ ທ່ານ Donald Trump ປະທານາທິບໍດີອາເມລິກາ (ພາບ: TTXVN) 

ໃນລາຍການຖາມຕອບປະຈຳປີ “Direct Line”, ການນຳລັດເຊຍ ໃຫ້ຮູ້ວ່າທ່ານຕ້ອງການປຶກສາກັບຄູ່ຕຳແໜ່ງ ອາເມລິກາ ຫຼາຍຢ່າງກ່ຽວກັບບັນຫາ ຄວບຄຸມອາວຸດ, ການພົວພັນເສດຖະກິດ ສອງຝ່າຍ, ພ້ອມທັງສະແດງຄວາມຫວັງວ່າ ອາເມລິກາ ຈະເຂົ້າໃຈໄດ້ເລື່ອງຈັດວາງບັນດາຄຳສັ່ງລົງໂທດຕໍ່ ລັດເຊຍ ແມ່ນຂໍ້ຜິດພາດອັນໃຫຍ່ຫຼວງ.

ນອກຈາກນັ້ນ, ທ່ານ Putin ກໍ່ຖືວ່າ: ບັນດາຄຳສັ່ງລົງໂທດເພື່ອເລັ່ງໃສ່ ອີຣານແມ່ນບໍ່ມີຂໍ້ອ້າງອີງຍ້ອນວ່າ ເຕເຮຣານ ໄດ້ປະຕິບັດ ຂໍ້ຕົກລົງນິວເຄຼຍຢ່າງຄົບຖ້ວນ. ຕາມທ່ານ Putin ແລ້ວ, ການກະທຳທາງການທະຫານຂອງ ອາເມລິກາເພື່ອເລັ່ງໃສ່ສາທາລະນະລັດ ອິດສະລາມ ແມ່ນ  ໄພພິບັດໃຫ້ແກ່ພາກພື້ນຕາເວັນອອກກາງ, ຊ້ຳບໍ່ໜຳມັນຈະສ້າງບັນດາຜົນຢ້ອນຫຼັງທີ່ຮ້າຍແຮງໃຫ້ແກ່ບັນດາຜູ້ປະຕິບັດ.

ຕອບກັບ

ຂ່າວ/ບົດ​ອື່ນ