ທ່ານ ນາງ ຮອງປະທານ ຜູ້ປະຈຳການສະພາແຫ່ງຊາດຫວຽດນາມ ຕອັງທິຝ໋ອງ ເຂົ້າຮ່ວມພິທີໄຂ ກອງປະຊຸມສະມັດຊາໃຫ່ຍ ຂອງ ສະຫະພັນລັດຖະສະພາໂລກ ຄັ້ງທີ 141

(VOVWORLD) -ຕອນເຊົ້າວັນທີ 14 ຕຸລາ (ຕາມເວລາ ຫວຽດນາມ), ກອງປະຊຸມສະມັດຊາໃຫ່ຍ ຂອງ ສະຫະພັນລັດຖະສະພາໂລກ ຄັ້ງທີ 141 (IPU -141) ໄດ້ໄຂຂຶ້ນຢ່າງເປັນທາງການ ທີ່ ຫໍປະຊຸມສາກົນ SAVA, ຢູ່ນະຄອນຫຼວງ Belgrade, ສາທາລະນະລັດ ເຊີເບຍ. ກ່ຽວກັບຫົວຂໍ້ “ ເພີ່ມທະວີດ້ານກົດໝາຍສາກົນ: ບົດບາດ ແລະ ກົນໄກການຈັດຕັ້ງຂອງ ລັດຖະສະພາ, ປະກອບສ່ວນຂອງການຮ່ວມມືໃນພາກພື້ນ”, ເຊິ່ງກອງປະຊຸມດັ່ງກ່າວໄດ້ຈັດຂຶ້ນ ແຕ່ ວັນທີ 13-17 ຕຸລາ.
ທ່ານ ນາງ ຮອງປະທານ ຜູ້ປະຈຳການສະພາແຫ່ງຊາດຫວຽດນາມ ຕອັງທິຝ໋ອງ ເຂົ້າຮ່ວມພິທີໄຂ ກອງປະຊຸມສະມັດຊາໃຫ່ຍ ຂອງ ສະຫະພັນລັດຖະສະພາໂລກ ຄັ້ງທີ 141  - ảnh 1 ທ່ານ ນາງ ຮອງປະທານ ຜູ້ປະຈຳການສະພາແຫ່ງຊາດຫວຽດນາມ ຕອັງທິຝ໋ອງ ເຂົ້າຮ່ວມພິທີໄຂ ກອງປະຊຸມສະມັດຊາໃຫ່ຍ ຂອງ ສະຫະພັນລັດຖະສະພາໂລກ ຄັ້ງທີ 141 

        ຄະນະຜູ້ແທນສະພາແຫ່ງຊາດຫວຽດນາມ ໄດ້ເຂົ້າຮ່ວມກອງປະຊຸມສະມັດຊາໃຫ່ຍ IPU-141 ເພື່ອປະກອບສ່ວນຍົກສູງທີ່ຕັ້ງບົດບາດໃນສາກົນຂອງຫວຽດນາມ. ສະແດງໃຫ້ເຫັນບົດບາດໃນການເປັນເຈົ້າການ, ຕັ້ງໜ້າເຂົ້າໃນວຽກງານແກ້ໄຂບັນດາສິ່ງທ້າທາຍໃນເຂດພາກພື້ນ ແລະ ທົ່ວໂລກ. ຢູ່ນອກກອງປະຊຸມສະມັດຊາໃຫ່ຍ IPU -141, ທ່ານ ນາງ ຕອັງທິຝ໋ອງ ຮອງປະທານ ຜູ້ປະຈຳການສະພາແຫ່ງຊາດຫວຽດນາມ ກໍ່ມີບັນດາການພົບປະສອງຝ່າຍ ໂດຍແນໃສ່ເພີ່ມທະວີການຮ່ວມມື ລະຫວ່າງ ສະພາແຫ່ງຊາດຫວຽດນາມ ກັບບັນດາຄູ່ຮ່ວມມື ສະມາຊິກລັດຖະສະພາ IPU. ເຊິ່ງແມ່ນສະມາຊິກທີ່ຕັ້ງໜ້າ, ຂະຫຍັນຂັນເຄື່ອນ ແລະ ມີຄວາມຮັບຜິດຊອບໃນ IPU, ຫວຽດນາມ ໄດ້ຢັ້ງຢືນວ່າ: ຈະສືບຕໍ່ສະໜັບສະໜູນ, ສົມທົບກັບ IPU ຍົກສູງຄວາມເຂົ້າໃຈ ແລະ ການເຂົ້າຮ່ວມຂອງບັນດາສະມາຊິກສະພາແຫ່ງຊາດຫວຽດນາມ ເຂົ້າໃນການຊຸກຍູ້ຜັນຂະຫຍາຍການປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ ຢູ່ ຫວຽດນາມ. ຄະນະຜູ້ແທນສະພາແຫ່ງຊາດຫວຽດນາມ ໄດ້ເຂົ້າຮ່ວມກອງປະຊຸມສະມາຊິກລັດຖະສະພາຍິງ IPU, ປະຊຸມກ່ຽວກັບກົນໄກ ASEAN +3 ແລະ ກຸ່ມຂອບເຂດພູມສາດການເມືອງ ອາຊີປາຊີຟິກ.

ຕອບກັບ

ຂ່າວ/ບົດ​ອື່ນ