ທ່ານ ນາ​ຍົກ​ລັດ​ຖະ​ມົນ​ຕີ ລາວ ໄດ້​ສົ່ງສານອວຍ​ພອນເຖິງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຫງວຽນ​ຊວັນ​ຟຸກ

(VOVWORLD) -ທ່ານ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດ ລາວຊຸດທີ XI, ນາຍົກລັດຖະມົນຕີສາທາລະນະລັດປະຊາທິປະໄຕປະຊາຊົນ ລາວ ທອງລຸນ ສີສຸລິດ ໄດ້ສົ່ງສານອວຍພອນເຖິງທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ສືບຕໍ່ໄດ້ຮັບການເລືອກຕັ້ງເປັນກຳມະການກົມການເມືອງຄະນະບໍລິຫານງານສູນກາງພັກຊຸດທີ XIII ຂອງພັກກອມມູນິດ ຫວຽດນາມ.
ທ່ານ ນາ​ຍົກ​ລັດ​ຖະ​ມົນ​ຕີ ລາວ ໄດ້​ສົ່ງສານອວຍ​ພອນເຖິງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຫງວຽນ​ຊວັນ​ຟຸກ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ (ພາບ: TTXVN)

ໃນວັນທີ 31 ມັງກອນ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດ ລາວຊຸດທີ XI, ນາຍົກລັດຖະມົນຕີສາທາລະນະລັດປະຊາທິປະໄຕປະຊາຊົນ ລາວ ທອງລຸນ ສີສຸລິດ ໄດ້ສົ່ງສານອວຍພອນເຖິງທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ສືບຕໍ່ໄດ້ຮັບການເລືອກຕັ້ງເປັນກຳມະການກົມການເມືອງຄະນະບໍລິຫານງານສູນກາງພັກຊຸດທີ XIII ຂອງພັກກອມມູນິດ ຫວຽດນາມ.

        ກອນໜ້າ, ທ່ານ ທອງລຸນ ສີສຸລິດ ກໍ່ມີໂທລະເລກຂອບໃຈເຖິງທ່ານ ຫງວຽນຊວັນຟຸກ ໄດ້ມີໂທລະເລກອວຍພອນຜົນສຳເລດຂອງກອງປະຊຸມໃຫຍ່ທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນປະຕິວັດ ລາວ ແລະ ເລື່ອງທ່ານ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດ ລາວ ຊຸດທີ XI.

ຕອບກັບ

ຂ່າວ/ບົດ​ອື່ນ