ທ່ານ ຫງວຽນວັນບິ່ງ ຫົວໜ້າຄະນະເສດຖະກິດສູນກາງ ໃຫ້ການຕ້ອນຮັບຜູ້ອຳນວຍການໃຫຍ່ອົງການຈັດຕັ້ງການເງິນສາກົນ

(VOVWORLD) - ຕອນບ່າຍ 15 ສິງຫາ, ຢູ່ສຳນັກງານສູນກາງພັກຄອມມູນິດ ຫວຽນດາມ, ທ່ານ ຫງວຽນວັນບິ່ງ, ກຳມະການກົມການເມືອງ, ເລຂາສູນກາງພັກ, ຫົວໜ້າຄະນະເສດຖະກິດສູນກາງໄດ້ໃຫ້ການຕ້ອນຮັບທ່ານ Philippe Le Houerou, ຜູ້ອຳນວຍການໃຫຍ່ອົງການຈັດຕັ້ງການເງິນສາກົນ (IFC) ທັງເປັນຮອງປະທານທະນາຄານໂລກ (WB). 

ທ່ານ ຫງວຽນວັນບິ່ງ ໄດ້ນັ້ນໜັກວ່າ ຫວຽດນາມຕີລາຄາສູງຕໍ່ການປະກອບສ່ວນຂອງ IFC ໃນວິວັດການພັດທະນາເສດຖະກິດ - ສັງຄົມຂອງ ຫວຽດນາມ ໃນການໜູນຊ່ວຍໃຫ້ແກ່ພາກເອກະຊົນດ້ວຍຫຼາຍຮູບການໃນບັນດາຂົງເຂດພື້ນຖານໂຄງລ່າງ, ການເງິນການທະນາຄານ, ເຕັກໂນໂລຢີຂໍ້ມູນຂ່າວສານ, ການສຶກສາ, ສາທາລະນະສຸກ…ກໍ່ສະໜອງການບໍລິການໃຫ້ຄຳປຶກສາກ່ຽວກັບການສຳຜັດກັບການເງິນ, ໜູນຊ່ວຍປັບປຸງສະພາບແວດລ້ອມແຫ່ງການລົງທຶນ, ຍົກສູງກຳລັງຄວາມສາມາດໃນການແກ້ງແຍ້ງ.

ທ່ານ ຫງວຽນວັນບິ່ງ ຫົວໜ້າຄະນະເສດຖະກິດສູນກາງ ໃຫ້ການຕ້ອນຮັບຜູ້ອຳນວຍການໃຫຍ່ອົງການຈັດຕັ້ງການເງິນສາກົນ - ảnh 1ທ່ານ ຫງວຽນວັນບິ່ງ ແລະ  ທ່ານ Philippe Le Houerou (ພາບ: TTXVN)

        ສ່ວນທ່ານ Philippe Le Houerou ໄດ້ຕີລາຄາສູງຕໍ່ບັນດານະໂຍບາຍບໍລິຫານທີ່ມີປະສິດທິຜົນຂອງ ຫວຽດນາມ ໃນການຮັກສາເສດຖະກິດມະຫາພາກໃຫ້ເປັນປົກກະຕິ, ຄຸ້ມຄອງໄພເງິນເຟີ້ ແລະ ຊຸກຍູ້ການເຕີບໂຕເສດຖະກິດ, ພ້ອມທັງຢັ້ງຢືນວ່າ IFC ຈະສືບຕໍ່ໜູນຊ່ວຍ ຫວຽດນາມ ສ້າງລະບົບພື້ນຖານໂຄງລ່າງດ້ານການເງິນ, ພັດທະນາຕະຫຼາດເງິນທຶນ, ພະລັງງານທີ່ຜະລິດຄືນໃໝ່ໃຫ້ສຳເລັດ.

ໃນຕອນບ່າຍວັນດຽວກັນ, ທ່ານ ຫງວຽນວັນບິ່ງ ກໍ່ໄດ້ໃຫ້ການຕ້ອນຮັບ ທ່ານ Scott Beaumont, ປະທານ Google ອາຊີ-ປາຊີຟິກ ແລະ ທ່ານ Ted Osius ອະດີດເອກອັກຄະລັດຖະທູດ ອາເມລິກາ ປະຈຳ ຫວຽດນາມ ແລະ ປັດຈຸບັນ ແມ່ນດຳລົງຕຳແໜ່ງຮອງປະທານ ຮັບຜິດຊອບນະໂຍບາຍສາທາລະນະ ແລະ ການພົວພັນລັດຖະບານ Google ອາຊີ-ປາຊີຟິກ . ທ່ານ ຫງວຽນວັນບິ່ງ ຢັ້ງຢືນວ່າ: ພັກ, ລັດ ຫວຽດນາມຍາມໃດກໍ ສ້າງທຸກເງື່ອນໄຂສະດວກກ່ຽວກັບ ສະພາບແວດລ້ອມແຫ່ງການດຳເນີນທຸລະກິດ ໃຫ້ແກ່ບັນດາວິສາຫະກິດທີ່ມາລົງທຶນ, ດຳເນີນທຸລະກິດ ຢູ່ຫວຽດນາມ, ລວມທັງວິສາຫະກິດພາຍໃນປະເທດ ແລະ ວິສາຫະກິດຕ່າງປະເທດ, ໃນນັ້ນ ກໍ່ມີ Google. ທ່ານ ຫງວຽນວັນບິ່ງ ປາດຖະໜາຢາກໃຫ້ Google ເມື່ອສະໜອງການບໍລິການ ຢູ່ຫວຽດນາມ ແມ່ນຈະຕ້ອງຮັບຜິດຊອບຕໍ່ການປະຕິບັດຕາມກົດໝາຍຂອງຫວຽດນາມ, ຮັບປະກັນສະພາບແວດລ້ອມທີ່ສະໜອງການບໍລິການໃຫ້ມີຄວາມປອດໄພ, ໂປງໃສ, ປົກປ້ອງສິດ ແລະ ຜົນປະໂຫຍດ ທີ່ຖືກຕ້ອງຕາມກົດໝາຍ ຂອງບັນດາການຈັດຕັ້ງ, ສ່ວນບຸກຄົນ ເມື່ອເຂົ້າຮ່ວມ.

ທ່ານ ຫງວຽນວັນບິ່ງ ຫົວໜ້າຄະນະເສດຖະກິດສູນກາງ ໃຫ້ການຕ້ອນຮັບຜູ້ອຳນວຍການໃຫຍ່ອົງການຈັດຕັ້ງການເງິນສາກົນ - ảnh 2 ທ່ານ ຫງວຽນວັນບິ່ງ ແລະ ທ່ານ Scott Beaumont  (ພາບ: TTXVN)

        ທ່ານ Scott Beaumont, ປະທານ Google ອາຊີ-ປາຊີຟິກ ໄດ້ເນັ້ນໜັກເຖິງ ການຫັນພື້ນຖານເສດຖະກິດເປັນດີຈີຕອນ ເຊິ່ງເປັນໜຶ່ງໃນທ່າອ່ຽງທີ່ສຳຄັນຂອງໂລກ, ສາມາດນຳມາເຊິ່ງມູນຄ່າຢ່າງໃຫ່ຍຫຼວງ;  ຖືວ່າດ້ວຍພື້ນຖານທີ່ມີຢູ່ແລ້ວ ແລະ ກຳນົດທິດພັດທະນາໃນອະນາຄົດ, ແນ່ນອນວ່າຫວຽດນາມກໍ່ຈະໄດ້ຮັບຜົນປະໂຫຍດຈາກການຫັນພື້ນຖານເສດຖະກິດເປັນດີຈີຕອນ ແລະ ຝ່າຍ Google ກໍ່ພ້ອມແລ້ວທີ່ຈະສະໜັບສະໜູນຫວຽດນາມ ເຂົ້າຮ່ວມວິວັດທະນາການນີ້ຢ່າງສະດວກ.

ຕອບກັບ

ຂ່າວ/ບົດ​ອື່ນ