ທ່ານ ເລຂາທິການໃຫຍ່ Nguyen Phu Trong ຢ້ຽມຢາມ ແລະ ເຮັດວຽກ ກັບໜັງສືພິມ ເຍີນເຢີນ

ທ່ານ ເລຂາທິການໃຫຍ່ Nguyen Phu Trong ຢ້ຽມຢາມ ແລະ ເຮັດວຽກ ກັບໜັງສືພິມ ເຍີນເຢີນ - ảnh 1
ທ່ານ Nguyen Phu Trong ໂອ້ລົມ ກັບການນຳ, ພະນັກງານ, ນັກຂ່າວ ໜັງສືພິມ ເຍີນເຢີນ
(ພາບ: tamnhin.net)

(vovworld) - ​ຕອນ​ເຊົ້າ​ວັນ​ທີ 9/6, ທ່ານ​ເລຂາທິການ​ໃຫຍ່ ຄະນະ​ບໍລິຫານ​ງານ​ສູນ​ການ​ພັກ​ກອມ​ມູນິດ​ຫວຽດນາມ Nguyen Phu Trong ​ໄດ້​ລົງ​ຢ້ຽມ​ຢາມ ​ແລະ ​ເຮັດວຽກ ກັບໜັງ​ສື​ພິມ ​ເຍີນ​ເຢີ​ນ (ສຽງ​ຂອງ​ພັກ​ກອມ​ມູນິດ​ຫວຽດນາມ). ​ເມື່ອ​ໂອ້​ລົມ​ກັບ​ບັນດາ​ພະນັກງານ, ນັກ​ຂ່າວ, ບັນນາທິການ​ໜັງສືພິມ ​ເຍີນ​ເຢີ​ນ, ທ່ານ​ເລຂາທິການ​ໃຫຍ່ Nguyen Phu Trong ​ໄດ້​ຊົມ​ເຊີຍ​ບັນດາ​ຜົນງານ​ທີ່ ໜັງສືພິມ ​ເຍີນ​ເຢີ​ນ ບັນລຸ​ໄດ້​ໃນ​ໄລຍະ​ຜ່ານ​ມາ, ​ເນັ້ນ​ໜັກ​ບົດບາດ​ສຳຄັນ​ຂອງ ໜັງສືພິມ ​ເຍີນ​ເຢີ​ນ ​ໃນ​ພາລະກິດ​ປະຕິວັດ​ຂອງ​ປະ​ເທດ​ຊາດ, ພ້ອມ​ທັງ​ ສະ​ເໜີ​​ເຮັດ​ແຈ້ງ​ບາງ​ຈຸດ​ຄື: ​ເພີ່ມ​ທະວີ​ຄວາມ​ດູດດື່ມ​ຂອງ​ໜັງ​ສື​ພິມ ພັກ​ເວົ້າ​ລວມ ​ແລະ  ໜັງສືພິມ ​ເຍີນ​ເຢີ​ນ ​ເວົ້າ​ສະ​ເພາະ, ​ເພີ່ມ​ທະວີ​ຜົນ​ກະທົບ, ການ​ແຜ່​ຂະຫຍາຍຂອງ ໜັງສືພິມ ​ເຍີນ​ເຢີ​ນ​.​.​..​ ທ່ານ​ເລຂາທິການ​ໃຫຍ່ ຍັງ​ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ, ດ້ວຍ​ມູນ​ເຊື້ອ​ທີ່​ສະຫງ່າ​ລາສີ ​ແລະ ຖັນ​ແຖວ​ພະນັກງານ, ນັກ​ຂ່າວ, ບັນນາທິການ, ບັນດາ​ຜູ້​ຮ່ວມ​ງານ ທີ່​ມີ​ປະສົບ​ການ, ສຸດ​ຈິດ​ສຸດ​ໃຈຕໍ່​ວຽກ​ງານ, ​ໃນ​ໄລຍະ​ຈະມາ​ເຖິງ, ໜັງສືພິມ ​ເຍີນ​ເຢີ​ນ ຈະເສີມ​ຂະຫຍາຍ​ບົດບາດ​ຂອງ​ຕົນ​ໃຫ້​ແຂງ​ແຮງ​ກ່ວາ​ອີກ, ສົມ​ເປັນ​ກຳລັງ​ນຳ​ໜ້າ​ໃນ​ວຽກ​ງານ​ແນວ​ຄິດ, ໜັງສືພິມ ປະຕິວັດ ຢູ່​ຫວຽດນາມ.

ຂ່າວ/ບົດ​ອື່ນ