ທ່ານນາງ Ngozi Okonjo Iweala ຜູ້​ອຳ​ນວຍ​ການ​ຄົນ​ໃໝ່​ຂອງ WTO ເລີ່ມ​ຕົ້ນ​ວັນ​ເຮັດ​ວ​ຽກ​ທຳ​ອິດ

(VOVWORLD) -ວັນທີ 1 ມີນາ, ສະມັດຊາໃຫຍ່ຂອງ ອົງການການຄ້າໂລກ (WTO) ໄດ້ເລີ່ມຕົ້ນວາລະກອງປະຊຸມໂດຍມີການເຂົ້າຮ່ວມຂອງບັນດາຜູ້ຕາງໜ້າທີ່ມາຈາກ 164 ປະເທດ ສະມາຊິກ. 
ທ່ານນາງ Ngozi Okonjo Iweala ຜູ້​ອຳ​ນວຍ​ການ​ຄົນ​ໃໝ່​ຂອງ WTO ເລີ່ມ​ຕົ້ນ​ວັນ​ເຮັດ​ວ​ຽກ​ທຳ​ອິດ - ảnh 1ທ່ານນາງ Ngozi Okonjo Iweala ຜູ້ອຳນວຍການ WTO ຄົນໃໝ່(ພາບ: AFP/TTXVN)

ວັນເຮັດວຽກທຳອິດຂອງທ່ານນາງ Ngozi Okonjo Iweala ຜູ້ອຳນວຍການຄົນໃໝ່ ກົງກັບກອງປະຊຸມດັ່ງກ່າວ. ກ່າວຄຳເຫັນຕໍ່ໜ້າສະມັດຊາໃຫຍ່ WTO ພາຍຫຼັງຮັບດຳລົງຕຳແໜ່ງ, ທ່ານນາງ Ngozi Okonjo Iweala ໄດ້ຮຽກຮ້ອງໃຫ້ບັນດາສະມາຊິກຈົ່ງ “ເຮັດສິ່ງທີ່ແຕກຕ່າງກັນ” ເພື່ອບັນລຸໄດ້ບັນດາການປັບປຸງທີ່ຈຳເປັນເພື່ອເຮັດໃຫ້ WTO ມີຄວາມເໝາະສົມ ແລະ ການເຄື່ອນໄຫວຢ່າງໄວວາ. ທ່ານນາງ Ngozi Okonjo Iweala ຜູ້ອຳນວຍການຄົນໃໝ່ ກໍ່ໄດ້ເນັ້ນວ່າ ຄວາມຫວັງສູງສຸດໃນອາຍຸການຂອງທ່ານນາງ ຈະສາມາດຕອບສະໜອງໄດ້ ຖ້າຫາກວ່າ ບັນດາສະມາຊິກ ພ້ອມແລ້ວທີ່ຈະເຈລະຈານຳກັນ ແລະ ບັນລຸໄດ້ບັນດາຂໍ້ຕົກລົງ.

ຕອບກັບ

ຂ່າວ/ບົດ​ອື່ນ