ທ່ານ​ນາງດັ້ງ​ທິ​ງັອກ​ທິ້ງ ​ຮອງປະ​ທານ​ປະ​ເທດພົບ​ປະ​ກັບ​ຄະ​ນະ​​ຄູອາ​ຈານ​ສຶກ​ສາ​ວິ​ຊາ​ຊີບ​ດີ​ເດັ່ນ

(VOVWORLD) -ເນື່ອງໃນໂອກາດສະເຫຼີມສະຫຼອງ ວັນຄູ ຫວຽດນາມ (20 ພະຈິກ), ຕອນບ່າຍວັນທີ 19 ພະຈິກ, ຢູ່ສຳນັກງານປະທານປະເທດ, ທ່ານນາງ ດັ້ງທິງັອກທິ້ງ ຮອງປະທານປະເທດ ຫວຽດນາມ ໄດ້ພົບປະກັບຄະນະຜູ້ແທນຄູອາຈານສຶກສາວິຊາຊີບດີເດັ່ນ ປີ 2019.

ທ່ານ​ນາງດັ້ງ​ທິ​ງັອກ​ທິ້ງ ​ຮອງປະ​ທານ​ປະ​ເທດພົບ​ປະ​ກັບ​ຄະ​ນະ​​ຄູອາ​ຈານ​ສຶກ​ສາ​ວິ​ຊາ​ຊີບ​ດີ​ເດັ່ນ - ảnh 1ທ່ານນາງດັ້ງທິງັອກທິ້ງ ຮອງປະທານປະເທດພົບປະກັບຄະນະຄູອາຈານສຶກສາວິຊາຊີບດີເດັ່ນ

(ພາບ: TTXVN) 

ທີ່ການພົບປະ, ທ່ານນາງ ດັ້ງທິງັອກທິ້ງ ໃຫ້ຮູ້ວ່າ ວຽກງານສຶກສາວິຊາຊີບໄດ້ຢັ້ງຢືນບົດບາດ ແລະ ທີ່ຕັ້ງຢ່່າງໝັັ້ນຄົງໃນການຍົກສູງຄຸນນະພາບແຫຼ່ງຊັບພະຍາກອນມະນຸດ, ປະກອບສ່ວນເພີ່ມທະວີສະມັດຕະພາບການອອກແຮງງານ ແລະ ພັດທະນາປະເທດຊາດແບບຍືນຍົງ. ທ່ານນາງຮອງປະທານປະເທດ ໄດ້ສະເໜີໃຫ້ ກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ, ລະບົບການສຶກສາວິຊາຊີບຕ້ອງສຸມໃສ່ເຂົ້າໃນການຊີ້ນຳນຳພາ ແລະ ຈັ້ງຕັ້ງການຜັນຂະຫຍາຍປະຕິບັດບັນດາມາດຕະການຢ່າງຄົບຊຸດ ໃນນັ້ນ ສຸມໃສ່ເຂົ້າໃນການພັດທະນາຖັນແຖວຄູອາຈານ ແລະ ຖືນີ້ແມ່ນມາດຕະການບຸກທະລຸເພື່ອພັດທະນາການສຶກສາວິຊາຊີບໃນຊຸມປີຈະມາເຖິງ.

 ແລະກໍ່ໃນຕອນເຊົ້າວັນທີ 19 ພະຈິກ,ທ່ານ ຫວໍວັນເຖື໋ອງ ຫົວໜ້າຄະນະໂຄສະນາ - ສຶກສາສູນກາງພັກກອມມູນິດ ຫວຽດນາມ ໄດ້ໄປຢ້ຽມຢາມ ແລະ ອວຍພອນ ບັນດາອະດີດການນຳຂະແໜງການສຶກສາ. ນະທີ່ນີ້, ທ່ານ ຫວໍວັນເຖືອງ ໄດ້ເນັ້ນໜັກວ່າ: ພັກ, ລັດ ມີຄວາມເອົາໃຈໃສ່ພິເສດເຖິງການສຶກສາ - ໂດຍເປັນຂົງເຂດທີ່ມີຄວາມສຳຄັນທີ່ສຸດໃນການພັດທະນາປະເທດຊາດ. ພ້ອມທັງປາດຖະໜາໃຫ້ ບັນດາອະດີດການນຳໃນຂົງເຂດການສຶກສາຈົ່ງມີສຸຂະພາບເຂັ້ມແຂງເພື່ອສືບຕໍ່ປະກອບສ່ວນບັນດາບົດຮຽນອັນລ້ຳຄ່າຂອງຕົນໃຫ້ແກ່ພາລະກິດພັດທະນາພື້ນຖານການສຶກສາຂອງປະເທດຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ