ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ຢ້ຽມຢາມ ສະຖານທູດ ຫວຽດນາມ ປະຈຳ ສິງກະໂປ

(VOVWORLD) - ທ່ານປະທານສະພາແຫ່ງຊາດ ຢັ້ງຢືນວ່າ ນະໂຍບາຍມະຫາສາມັກຄີທົ່ວປວງຊົນຂອງພັກ ແລະ ລັດ ຍາມໃດກໍ່ສ້າງເງື່ອນໄຂສະດວກເພື່ອໃຫ້ປະຊາຄົມຊາວ ຫວຽດນາມ ຢູ່ຕ່າງປະເທດມີຊີວິດການເປັນຢູ່ປົກກະຕິ
ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ຢ້ຽມຢາມ ສະຖານທູດ ຫວຽດນາມ ປະຈຳ ສິງກະໂປ - ảnh 1 ການຕ້ອນຮັບທ່ານນາງປະທານສະພາແຫ່ງຊາດ ຢູ່ສະຖານທູດ ຫວຽດນາມ ປະຈຳ ສິງກະໂປ

ກ່າວຄຳເຫັນເມື່ອໄປຢ້ຽມຢາມສະຖານທູດ ຫວຽດນາມ ປະຈຳ ສິງກະໂປ ໃນຕອນບ່າຍວັນທີ 26 ພະຈິກ, ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ເນັ້ນໜັກວ່າ, ສະຖານທູດ ຕ້ອງເປັນເຈົ້າການ ແລະ ຍູ້ແຮງບັນດາມາດຕະການໜູນຊ່ວຍພົນລະເມືອງ, ພໍ່ແມ່ປະຊາຊົນຊາວ ຫວຽດນາມ ທີ່ອາໄສຢູ່ຕ່າງປະເທດທັງດ້ານຈິດໃຈ, ຂໍ້ມູນຂ່າວສານ ແລະ ນິຕິກຳ. ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ປາດຖະໜາວ່າ ໃນໄລຍະຈະມາເຖິງ, ສະຖານທູດພ້ອມກັບກະຊວງການຕ່າງປະເທດ ສືບຕໍ່ບັນດາຂອດກະກຽມໃຫ້ແກ່ການສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ 2 ປະເທດ ຫວຽດນາມ - ສິງກະໂປ ທີ່ຈະຈັດຕັ້ງໃນປີ 2018. ທ່ານປະທານສະພາແຫ່ງຊາດ ຢັ້ງຢືນວ່າ ນະໂຍບາຍມະຫາສາມັກຄີທົ່ວປວງຊົນຂອງພັກ ແລະ ລັດ ຍາມໃດກໍ່ສ້າງເງື່ອນໄຂສະດວກເພື່ອໃຫ້ປະຊາຄົມຊາວ ຫວຽດນາມ ຢູ່ຕ່າງປະເທດມີຊີວິດການເປັນຢູ່ປົກກະຕິ, ເຊື່ອມໂຍງເຂົ້າກັບສັງຄົມຂອງປະເທດ ປະຈຳຖິ່ນ, ປາດຖະໜາວ່າປະຊາຄົມຈະຮັກສາ ແລະ ເສີມຂະຫຍາຍສີສັນວັດທະນະທຳຂອງຊາດ, ອວາຍໜ້າເມືອຫາບ້ານເກີດເມືອງນອນ; ພ້ອມທັງສະເໜີໃຫ້ພໍ່ແມ່ປະຊາຊົນສືບຕໍ່ແມ່ນແກ່ນສານຕັ້ງໜ້າເພື່ອເພີ່ມພູນຄຸນສ້າງການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ ຫວຽດນາມ ແລະ ສິງກະໂປ ໃຫ້ນັບມື້ນັບພັດທະນາຢ່າງດີງາມ ແລະ ປະກອບສ່ວນເຂົ້າໃນພາລະກິດສ້າງສາ ປະເທດຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ