ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນຕ້ອນຮັບເອກອັກຄະລັດຖະທູດກຸຍບາ

(VOVWORLD) -ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ໄດ້ໃຫ້ການຕ້ອນຮັບທ່ານນາງເອກອັກຄະລັດຖະທູດກຸຍບາ Lianys Torres Rivera ເຂົ້າຢ້ຽມອຳລາ, ເນື່ອງໃນໂອກາດສິ້ນສຸດໜ້າທີ່ການທູດຢູ່ຫວຽດນາມ.

ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນຕ້ອນຮັບເອກອັກຄະລັດຖະທູດກຸຍບາ - ảnh 1 ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ຕ້ອນຮັບທ່ານນາງເອກອັກຄະລັດຖະທູດກຸຍບາ Lianys Torres Rivera ເຂົ້າຢ້ຽມອຳລາ

(ພາບ: TTXVN)

ຕອນບ່າຍວັນທີ 27 ພະຈິກ, ຢູ່ຫໍສະພາແຫ່ງຊາດ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ໄດ້ໃຫ້ການຕ້ອນຮັບທ່ານນາງເອກອັກຄະລັດຖະທູດກຸຍບາ Lianys Torres Rivera ເຂົ້າຢ້ຽມອຳລາ, ເນື່ອງໃນໂອກາດສິ້ນສຸດໜ້າທີ່ການທູດຢູ່ຫວຽດນາມ. ທ່ານນາງປະທານະສະພາແຫ່ງຊາດ ໄດ້ຕີລາຄາສູງຕໍ່ບັນດາການປະກອບສ່ວນຢ່າງຕັ້ງໜ້າຂອງທ່ານນາງເອກອັກຄະລັດຖະທູດໃນການປັບປຸງ ແລະ ພັດທະນາການພົວພັນມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືພິເສດລະຫວ່າງຫວຽດນາມ - ກຸຍບາ ໃນໄລຍະຜ່ານມາ. ສ່ວນທ່ານນາງເອກອັກຄະລັດຖະທູດ Lianys Torres Rivera ໄດ້ສະແດງຄວາມປະທັບໃຈຕໍ່ບັນດາໝາກຜົນທາງດ້ານເສດຖະກິດ-ສັງຄົມເຊິ່ງຫວຽດນາມ ບັນລຸໄດ້ໃນສະພາບທັງຕ້ານໂລກລະບາດ, ທັງພັດທະນາເສດຖະກິດສັງຄົມ, ທ່ານນາງເອກອັກຄະລັດຖະທູດ ຊົມເຊີຍຫວຽດນາມ ທີ່ປະຕິບັດສຳເລັດບົດບາດເປັນປະທານອາຊຽນ, ປະທານ AIPA 41… ທ່ານນາງເອກອັກຄະລັດຖະທູດ Lianys Torres Rivera ກໍ່ໃຫ້ຮູ້ວ່າ, ເມື່ອກັບຄືນປະເທດ ເຖິງວ່າໄດ້ດຳລົງໃນຕຳແໜ່ງໃດກໍ່ຕາມ, ຕົນເອງກໍ່ຈະສືບຕໍ່ເອົາໃຈໃສ່ ແລະ ປະກອບສ່ວນເຂົ້າໃນການພັດທະນາການພົວພັນສາມັກຄີແບບພິເສດລະຫວ່າງ 2 ປະເທດໃຫ້ຫຼາຍກວ່າອີກ.

ຕອບກັບ

ຂ່າວ/ບົດ​ອື່ນ