ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊ​າດ ຫ​ວຽດ​ນາມ ຫງວຽນ​ທິ​ກິມ​ເງິນ​ລົງພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ນະ​ຄອນ​ເກິ່ນ​ເທີ

(VOVWORLD) -ສະພາແຫ່ງຊາດມີຄວາມເອົາໃຈໃສ່ທີ່ສຸດ ເມື່ອປຶກສາຫາລືກ່ຽວກັບກົດໝາຍວ່າດ້ວຍການປົກປັກຮັກສາສິ່ງແວດລ້ອມຫຼື ປຶກສາຫາລືກ່ຽວກັບບັນຫາຝົກຕົກນ້ຳຖ້ວມ ທີ່ເກີດຈາກການຂຸດຄົ້ນຕັດໄມ້ທຳລາຍປ່າ…

ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊ​າດ ຫ​ວຽດ​ນາມ ຫງວຽນ​ທິ​ກິມ​ເງິນ​ລົງພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ນະ​ຄອນ​ເກິ່ນ​ເທີ - ảnh 1ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ກ່າວຄຳເຫັນທີ່ການພົວປະ

(ພາບ: TTXVN) 

ຕອນເຊົ້າວັນທີ 24 ພະຈິກ, ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ແລະ ຄະນະສະມາຊິກສະພາແຫ່ງຊາດ ນະຄອນເກິ່ນເທີ ໄດ້ລົງພົບປະກັບຜູ້ມີສິດເລືອກຕັ້ງ ຢູ່ເມືອງກ໊າຍຣັງ. ທ່ານນາງປະທານສະພາແຫ່ງຊາດ ໄດ້ສະຫງວນເວລາ ເພື່ອຮັບຟັງບັນດາຄຳເຫັນຂອງຜູ້ມີສິດເລືອກຕັ້ງໃນ ໄລຍະທີ່ຜ່ານມາ, ເອົາໃຈໃສ່ ແລະ ພ້ອມກັບລັດຖະບານແກ້ໄຂບັນດາຄວາມຫຍຸ້ງຍາກ ຂອງປະຊາຊົນຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ. ທ່ານ ນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນຖືວ່າ:

ສະພາແຫ່ງຊາດມີຄວາມເອົາໃຈໃສ່ທີ່ສຸດ ເມື່ອປຶກສາຫາລືກ່ຽວກັບກົດໝາຍວ່າດ້ວຍການປົກປັກຮັກສາສິ່ງແວດລ້ອມຫຼື ປຶກສາຫາລືກ່ຽວກັບບັນຫາຝົກຕົກນ້ຳຖ້ວມ ທີ່ເກີດຈາກການຂຸດຄົ້ນຕັດໄມ້ທຳລາຍປ່າ…ບັນດາບັນຫານີ້ ລັດຖະບານ, ສະພາແຫ່ງຊາດມີຄວາມເອົາໃຈໃສ່ເປັນພິເສດ, ໄດ້ມີການຊີ້ນຳຫຼາຍຢ່າງ. ສະພາແຫ່ງຊາດຍາມໃດກໍ່ປະຕິບັດສຳເລັດລະບົບກົດໝາຍ. ລັດຖະບານ ແລະ ບັນດາອົງການທ້ອງຖິ່ນໄດ້ດັດປັບ, ເພີ່ມທະວີວຽກງານຄຸ້ມຄອງລັດ ເພື່ອຮັບປະກັນການປະຕິບັດນະໂຍບາຍກົດໝາຍ ເພື່ອເຮັດແນວໃດຫຼຸດຜ່ອນຄວາມເສຍຫາຍ ໂດຍ ທຳມະຊາດ ແລະ ມະນຸດກໍ່ຂຶ້ນ.

ຕອນບ່າຍວັນດຽວກັນ, ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນໄດ້ລົງພົບປະກັບຜູ້ມີສິດເລືອກຕັ້ງເມືອງຟອງດຽນ.

ຕອບກັບ

ຂ່າວ/ບົດ​ອື່ນ