ທ່ານນາງປະທານສະພາແຫ່ງຊາດຫງວຽນທິກິມເງິນພົບປະເຈລະຈາກັບນາຍົກລັດຖະມົນຕີສ.ເບລາຣຸດ

(VOVWORLD) -ການພົວພັນດ້ານການເມືອງ 2 ຝ່າຍແມ່ນດີງາມທີ່ສຸດ, ສ່ວນການຮ່ວມມືພັດທະນາເສດຖະກິດນັ້ນຍັງບໍ່ທັນເໝາະສົມກັບຄວາມສາມາດບົ່ມຊ້ອນ ແລະ ການພົວພັນດ້ານການເມືອງເທື່ອ.

ທ່ານນາງປະທານສະພາແຫ່ງຊາດຫງວຽນທິກິມເງິນພົບປະເຈລະຈາກັບນາຍົກລັດຖະມົນຕີສ.ເບລາຣຸດ - ảnh 1(ການພົບປະເຈລະຈາ) 

ໂດຍສືບຕໍ່ການເດີນທາງຢ້ຽມຢາມສ.ເບລາຣຸດ ຢ່າງເປັນທາງການ, ຕອນເຊົ້າວັນທີ 13 ທັນວາ (ຕາມເວລາທ້ອງຖິ່ນ), ຢູ່ສຳນັກງານລັດຖະບານເບລາຣຸດ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ໄດ້ພົບປະເຈລະຈາກັບທ່ານນາຍົກລັດຖະມົນຕີເບລາຣຸດ Sergey Nikolayevich Rumas.

        ທີ່ການພົບປະເຈລະຈາ, ທ່ານນາຍົກລັດຖະມົນຕີເບລາຣຸດ ໄດ້ສະແດງຄວາມຫວັງວ່າ ຫວຽດນາມ ຈະແກ້ໄຂບັນດາບັນຫາ ແລະ ອະນຸຍາດໃຫ້ເບລາຣຸດ ສົ່ງອອກບັນດາຜະລິດຕະພັນຈາກຊີ້ນ, ນ້ຳນົມ ແລະ ຜະລິດຕະພັນກະເສດໄປຍັງຫວຽດນາມ. ພ້ອມກັນນັ້ນ, 2 ຝ່າຍຄວນຊຸກຍູ້ການຮ່ວມມືໃນການຜະລິດລົດໂອໂຕ.

        ສ່ວນທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ຕີລາຄາວ່າ, ການພົວພັນດ້ານການເມືອງ 2 ຝ່າຍແມ່ນດີງາມທີ່ສຸດ, ສ່ວນການຮ່ວມມືພັດທະນາເສດຖະກິດນັ້ນຍັງບໍ່ທັນເໝາະສົມກັບຄວາມສາມາດບົ່ມຊ້ອນ ແລະ ການພົວພັນດ້ານການເມືອງເທື່ອ.

        ເພື່ອເພີ່ມທະວີການຮ່ວມມື 2 ຝ່າຍໃຫ້ຫຼາຍກວ່ານີ້ອີກ, ພິເສດແມ່ນໃນຂົງເຂດເສດຖະກິດ - ການຄ້າ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ສະເໜີໃຫ້ 2 ປະເທດ ສືບຕໍ່ສ້າງບັນດາພື້ນຖານນິຕິກຳໃຫ້ສົມບູນແບບ ເພື່ອຊຸກຍູ້ການພົວພັນດ້ານການຄ້າ, ການລົງທຶນ 2 ຝ່າຍ; ຜັນຂະຫຍາຍບັນດາສັນຍາທີ່ໄດ້ລົງນາມແລ້ວຢ່າງຄົບຊຸດ ແລະ ມີປະສິດຜົນ ແລະ ຊອກຫາບັນດາຂົງເຂດຮ່ວມມືທີ່ມີແງ່ຫວັງໃໝ່…

        ຕອນບ່າຍວັນດຽວກັນ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ມີການພົບປະກັບພະນັກງານສະຖານທູດ ແລະ ປະຊາຄົມຊາວຫວຽດນາມ ທີ່ອາໄສຢູ່ເບລາຣຸດ; ພົບປະກັບນັກຮົບເກົ່າເບລາຣຸດ ທີ່ເຄີຍເຂົ້າຮ່ວມການຕໍ່ສູ້ຢູ່ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ