ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ຕ້ອນຮັບທ່ານນາງ Catherine Deroche ສະມາຊິກລັດຖະສະພາມິດຕະພາບ ຝລັ່ງ - ຫວຽດນາມ

(VOVWORLD) -ຕອນບ່າຍວັນທີ 20 ກັນຍາ, ຢູ່ຫໍສະພາແຫ່ງຊາດ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ໄດ້ໃຫ້ການຕ້ອນຮັບກຸ່ມສະມາຊິກລັດຖະສະພາມິດຕະພາບ ຝລັ່ງ - ຫວຽດນາມ ປະຈໍາສະພາສູງຝລັ່ງ ໂດຍທ່ານນາງປະທານ Catherine Deroche ເປັນຫົວໜ້າຄະນະ ເຊິ່ງພວມຢ້ຽມຢາມຫວຽດນາມ.
ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ຕ້ອນຮັບທ່ານນາງ Catherine Deroche ສະມາຊິກລັດຖະສະພາມິດຕະພາບ ຝລັ່ງ - ຫວຽດນາມ - ảnh 1ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ຕ້ອນຮັບທ່ານນາງ Catherine Deroche ສະມາຊິກລັດຖະສະພາມິດຕະພາບ ຝລັ່ງ - ຫວຽດນາມ (ພາບ: TTXVN)

   ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນສະເໜີໃຫ້ ສອງຝ່າຍເພີ່ມທະວີການຮ່ວມມືໃນຫຼາຍດ້ານຄືການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ວິທະຍາສາດເຕັກນິກ, ວັດທະນະທໍາການສຶກສາ, ສາທາລະນະສຸກ ແລະ ບໍາລຸງສ້າງພາສາຝລັ່ງ. ທ່ານນາງ ຫງວຽນທິກິມເງິນ ປາດຖະໜາວ່າ ສະພາສູງຝລັ່ງຈະໃຫ້ການສະໜັບສະໜູນເພື່ອໃຫ້ລັດຖະສະພາເອີຣົບອະນຸມັດຜ່ານສົນທິສັນຍາສະບັບຕ່າງໆທີ່ໄດ້ລົງນາມກັບຫວຽດນາມ ໂດຍໄວ. ກ່ຽວກັບບັນຫາທະເລຕາເວັນອອກ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ກໍສະແດງຄວາມຂອບອົກຂອບໃຈຕໍ່ທັດສະນະຂອງຝລັ່ງໃນການແກ້ໄຂການຂັດແຍ່ງໂດຍສັນຕິວິທີ, ຮັກສາສະຖຽນລະພາບ, ຄວາມໝັ້ນຄົງ, ປອດໄພໃນການບິນ ແລະ ການເດີນເຮືອ.

        ສ່ວນທ່ານນາງ Catherine Deroche ປະທານກຸ່ມສະມາຊິກລັດຖະສະພາຝລັ່ງ - ຫວຽດນາມ ຖືວ່າ ສອງຝ່າຍເພີ່ມທະວີການຮ່ວມມືໃນບັນດາຂົງເຂດຄືການປ້ອງກັນຊາດ, ການສຶກສາຂັ້ນມະຫາວິທະຍາໄລ ແລະ ໂດຍສະເພາະແມ່ນການພົວພັນແລກປ່ຽນຊາວໜຸ່ມລະຫວ່າງສອງປະເທດ.


 

ຕອບກັບ

ຂ່າວ/ບົດ​ອື່ນ