ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ເດີນທາງໄປຢ້ຽມຢາມ ຈີນ ຢ່າງເປັນທາງການ

(VOVWORLD) -    ຕອນເຊົ້າວັນທີ 08 ກໍລະກົດ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ໄດ້ນໍາໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດຫວຽດນາມ ເດີນທາງໄປຢ້ຽມຢາມ ສາທາລະນະລັດ ປະຊາຊົນ ຈີນ ໃນລະຫວ່າງວັນທີ 08 - 12 ກໍລະກົດ.
ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ເດີນທາງໄປຢ້ຽມຢາມ ຈີນ ຢ່າງເປັນທາງການ - ảnh 1ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ເດີນທາງໄປຢ້ຽມຢາມ ຈີນ ຢ່າງເປັນທາງການ (ພາບປະກອບ: quochoi.vn) 

 ການຢ໊ຽມຢາມຄັ້ງນີ້ ໄດ້ປະຕິບັດຕາມຄໍາເຊີນຂອງທ່ານ ລີຈານຊູ ກໍາມະການໃຫຍ່ຄະນະປະຈໍາສະພາຜູ້ແທນປະຊາຊົນແຫ່ງຊາດຈີນ.

        ນີ້ແມ່ນການຢ້ຽມຢາມປະເທດຈີນ ຄັ້ງທໍາອິດຂອງການນໍາພັກ, ລັດ ຫວຽດນາມ ນັບແຕ່ພາຍຫຼັງກອງປະຊຸມໃຫຍ່ຄັ້ງທີ 19 ຂອງພັກກອມມູນິດ ຈີນ, ພ້ອມທັງແມ່ນການຢ້ຽມຢາມ ຈີນ ຄັ້ງທໍາອິດຂອງທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ດ້ວຍຖານະເປັນຜູ້ນໍາອົງການນິຕິບັນຍັດຂອງຫວຽດນາມ.    

        ການຢ້ຽມຢາມຄັ້ງນີ້ ແມ່ນເພື່ອແນໃສ່ປະຕິບັດຂໍ້ຕົກລົງວ່່າດ້ວຍການຮ່ວມມືລະຫວ່າງ ສະພາແຫ່ງຊາດຫວຽດນາມ ແລະ ສະພາຜູ້ແທນປະຊາຊົນແຫ່ງຊາດ ຈີນ, ເອກະສານສະບັບຕ່າງໆ, ລາຍການ, ໂຄງການຮ່ວມມື ທີ່ສອງຝ່າຍໄດ້ລົງນາມກັນໃຫ້ມີປະສິດທິຜົນ. ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ຍັງແລກປ່ຽນກັບການນໍາຂັ້ນສູງ ຈີນ ກ່ຽວກັບບັນດາມາດຕະການເພື່ອແນໃສ່່ເພີ່ມທະວີການຮ່ວມມືຮອບດ້ານລະຫວ່າງສອງປະເທດໃນບັນດາຂົງເຂດລະອຽດ ແລະ ທິດທາງການຮ່ວມມືລະຫວ່່າງສະພາແຫ່ງຊາດສອງປະເທດໃນໄລຍະຈະມາເຖິງ.


ຕອບກັບ

ຂ່າວ/ບົດ​ອື່ນ