ທ່ານນາງຫງວຽນທິ ກິມເງິນສິ້ນສຸດການ ຢ້ຽມຢາມແອດສະປາຍ

ທ່ານນາງຫງວຽນທິ ກິມເງິນສິ້ນສຸດການ ຢ້ຽມຢາມແອດສະປາຍ - ảnh 1

ປະ​ເທດ​ແອດ​ສະ​ປາຍ

 (vovworld)-  ​ ​ໃນ​ຂອບ​ເຂດການ​ຢ້ຽມຢາມ​ແອດ​ສະ​ປາຍ​ຢ່າງ​ເປັນ​ທາງ​ການ, ທ່ານ​ນາງ​ຫງວຽນ​ທິກິມ​ເງິນ, ກຳມະການ​ກົມ​ການ​ເມືອງ, ຮອງ​ປະທານ​ສະພາ​ແຫ່ງ​ຊາດຫວຽດນາມ ​ແລະ ບັນດາ​ສະມາຊິກ​ໃນ​ຄະນະ​ຜູ້​ແທນ​ຂັ້ນສູງ​ຂອງ​ສະພາ​ແຫ່ງ​ຊາດ​ຫວຽດນາມ ​ໄດ້​ມີ​ການ​ພົບ​ປະ​ກັບ​ລັດຖະມົນຕີ​ຜູ້​ທີ​ໜຶ່ງກະຊວງ​ເສດຖະກິດ​ແອ​ດສະ​ປາຍ ​ແລະ ລັດຖະມົນຕີ​ຜູ້​ທີ​ໜຶ່ງກະຊວງ​ການ​ຕ່າງປະ​ເທດແອ​ດສະ​ປາຍ. ທີ່​ບັນດາ​ການ​ພົບ​ປະ, ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດຫງວຽນ​ທິກິມ​ເງິນ ຢືນຢັນ​ວ່າ: ການ​ພົວພັນ​ດ້ານ​ການ​ເມືອງ, ​ເສດຖະກິດ, ວັດທະນະທຳ​ລະຫວ່າງ​ສອງ​ຝ່າຍ​ໄດ້​ພັດທະນາ​ຢ່າງ​ຈົບງາມ ​ແລະ ຕ້ອງ​​ໄດ້​ຮັບ​ການຊຸກຍູ້ກ່ວາ​ອີກ​ເພື່ອ​ສົມ​ກັບ​ຄວາມ​ສາມາດ​ບົ່ມ​ຊ້ອນ ​ແລະ ກາລະ​ໂອກາດ​ຮ່ວມ​ມື​ຂອງ​ສອງ​ປະ​ເທດ. ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດສະ​ເໜີ​ໃຫ້​ແອດ​ສະ​ປາຍ ຖື​ຫວຽ​ດນາມ​ແມ່ນ​ປະ​ເທດ​ໃຫ້​ບຸລິມະສິດ​ໃນ​ການ​ພັດທະນາ​ກັບ​ອາ​ຊຽນ. ສ່ວນ​ການ​ນຳ​ກະຊວງ​ເສດຖະກິດ ​ແລະ ກະຊວງ​ການ​ຕ່າງປະ​ເທດແອ​ດສະ​ປາຍ ​ໃຫ້​ຮູ້​ວ່າ: ບັນດາ​ວິ​ສາ​ຫະກິດ​ແອດ​ສະ​ປາຍ ມີ​ຄວາມ​ພຶງ​ພໍ​ໃຈ​ເມື່ອ​ມາ​ລົງທຶນ​ຢູ່​ຫວຽດນາມ. ​ໃນ​ໄລຍະ​ຈະ​ມາ​ເຖິງ, ​ແອດ​ສະ​ປາຍ ​ປາດ​ຖະໜາ​ຢາກ​ໃຫ້​ມີ​ບາດກ້າວ​ພັດທະນາ​ໃໝ່​ໃນ​ການ​ປະຕິບັດ​ບັນດາ​ໂຄງການ​ສອງ​ຝ່າຍ, ຊຸກຍູ້​ການຮ່ວມ​ມື​ກັບ​ຫວຽດນາມ​ ໃນ​ຂົງ​ເຂດ​ຖ່າຍ​ຖອດ​ເຕັກ​ໂນ​ໂລ​ຊີ, ພູມ​ປັນຍາ, ສົ່ງ​ເສີມ​ການ​ຮ່ວມ​ມື​ລະຫວ່າງ​ບັນດາ​ວິ​ສາ​ຫະກິດ​ຂະໜາດ​ກາງ ​ແລະ ນ້ອຍ.

  ​ ໃນ​ໄລຍະ​ຢູ່​ຢ້ຽມຢາມ​ແອດ​ສະ​ປາຍ, ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທິກິມ​ເງິນ ​ຍັງມີ​ການ​ພົບ​ປະກັບ​ການ​ນຳ​ສະພາ​​ແຫ່ງ​ຊາດ, ອຳນາດ​ການ​ປົກຄອງ​ເຂດ Andalucia ​ແລະ ນະຄອນ Sevilla, ​ໄປ​ຢ້ຽມຢາມ​ສະຖານທູດ​ຫວຽດນາມ ​ແລະ ​ແອດ​ສະ​ປາຍ.

 

ຂ່າວ/ບົດ​ອື່ນ