ທ່ານນາງຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງ ເຈືອງທິມາຍ ເຮັດວຽກຢູ່ແຂວງອຽນບາຍ

(VOVWORLD) -ຕອນບ່າຍວັນທີ 22 ສິງຫາ, ຄະນະປະຕິບັດງານຂອງຄະນະຂົນຂວາຍປະຊາຊົນສູນກາງໂດຍທ່ານນາງ ເຈືອງທິມາຍ ເປັນຫົວໜ້າຄະນະ, ໄດ້ມີການເຮັດວຽກກັບແຂວງອຽນບາຍ ກ່ຽວກັບໝາກຜົນການປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ 18 ອົງຄະນະພັກແຂວງ ແລະ ສະພາບວຽກງານຊົນເຜົ່າ, ສາສະໜາໃນບໍລິເວນແຂວງຜ່ານເຄິ່ງອາຍຸການ.

ທ່ານນາງຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງ ເຈືອງທິມາຍ ເຮັດວຽກຢູ່ແຂວງອຽນບາຍ - ảnh 1 ທ່ານນາງຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງ ເຈືອງທິມາຍ ເຮັດວຽກຢູ່ແຂວງອຽນບາຍ

(ພາບ: baoyenbai.com.vn)

ກ່າວຄຳເຫັນທີ່ການເຮັດວຽກ, ທ່ານນາງ ເຈືອງທິມາຍ ສະເໜີວ່າ ໃນໄລຍະຈະມາເຖິງແຂວງອຽນບາຍ ປະຕິບັດບັນດາໜ້າທີ່ພັດທະນາເສດຖະກິດ, ສັງຄົມຂອງທ້ອງຖິ່ນໃຫ້ເປັນຢ່າງດີ; ສືບຕໍ່ປັບປຸງ ແລະ ຍົກສູງລະດັບຄອງຊີບໃຫ້ແກ່ປະຊາ ຊົນ, ສ້າງ ແລະ ປັບປຸງຄວາມໄວ້ເນື້ອເຊື່ອໃຈພາຍໃນໝູ່ປະຊາຊົນ; ແກ້ໄຂບັນດານະໂຍບາຍໃຫ້ຊາວຊົນເຜົ່າສ່ວນນ້ອຍໃຫ້ເປັນຢ່າງດີ. ສຸມບັນດາແຫຼ່ງກຳລັງໃຫ້ແກ່ການຫຼຸດຜ່ອນຄວາມທຸກຍາກແບບຍື່ນຍົງ ແລະ ສົມທົບບັນດາໂຄງການເປົ້າໝາຍແຫ່ງຊາດໃນການກໍ່ສ້າງຊົນນະບົດໃໝ່ຢ່າງແຮງ. ສະເໜີໃຫ້ແຂວງ ອຽນບາຍ ໃນໄລຍະຈະມາເຖິງຄວນສຸມໃສ່ແກ້ໄຂບັນດາການພົວພັນກັບຜູ້ມີຍົດຖາບັນດາສັກ, ຊາວຄຼິດ, ຊ່ວຍບັນດາຜູ້ເຊື່ອຖືສາສະໜາດຳລົງຊີວິດຕ້ອງມີຄວາມສາມັກຄີກັນ, “ຢູ່ໃນສິນ ກິນໃນທຳ”.

ຕອບກັບ

ຂ່າວ/ບົດ​ອື່ນ