ທ່ານນາງຮອງປະທານປະເທດ ຫງວຽນທິຢວານ ເຂົ້າຮ່ວມວັນບຸນແມ່ຍິງ ແລະ ສຸຂະພາບ

ທ່ານນາງຮອງປະທານປະເທດ ຫງວຽນທິຢວານ ເຂົ້າຮ່ວມວັນບຸນແມ່ຍິງ ແລະ ສຸຂະພາບ - ảnh 1
(ທ່ານ​ຮອງ​ປະທານ​ປະ​ເທດ​ຫງວຽນ​ທິຢວານ
ເຂົ້າ​ຮ່ວມ​ວັນ​ບຸນ​ແມ່ຍິງ ​ແລະ ສຸຂະພາບ)


(vovworld) – ​ໂດຍ​ຕອບ​ສະໜອງ​ວັນ​ແມ່ຍິງ​ຫວຽດນາມ 20/10, ຕອນ​ເຊົ້າ​ວັນ​ທີ 28/09, ຢູ່​ຮ່າ​ໂນ້ຍ, ກອງ​ທຶນ​ໜູນ​ຊ່ວຍ​ຜູ້​ເປັນ​​ພະຍາດໂລກມະ​ເຮັງ - ​ເພື່ອ​ອະນາຄົດ​ທີ່​ສົດ​ໄສ ຂອງ​ກະຊວງ​ສາທາລະນະ​ສຸກ ສົມທົບ​ກັບ​ກຸ່ມ​ບໍລິສັດ Roche (ກຸ່ມ​ບໍລິສັດ​ຜະລິດ​ຕະພັນ​ການຢາ​ອັນ​ດັງ​ໜຶ່ງ​ກ່ຽວ​ກັບ​ການ​ປິນປົວ​ພະຍາດ​ໂລກມະ​ເຮັງ) ​ໄດ້ຈັດ​ຕັ້ງ​ວັນໂຄສະນາ​ປ້ອງ​ກັນ​ຕ້ານພະຍາດ​​ໂລກ​ມະ​ເຮັງ​ນົມ ດ້ວຍ​ຊື່ວ່າ​ແມ່ຍິງ ​ແລະ ສຸຂະພາບ.

        ກ່າວ​ຄຳ​ເຫັນ​ທີ່​​ພິທີ, ທ່ານ​ຮອງ​ປະທານ​ປະ​ເທດ​ຫງວຽນ​ທິຢວານ ​ໄດ້​ຕີ​ລາຄາ​ສູງ​ບັນດາ​ການ​ເຄື່ອນ​ໄຫວ​ຂອ​ງກອງ​ທຶນໜູນ​ຊ່ວຍ​ຜູ້​ເປັນ​ພະຍາດ​ໂລກມະ​ເຮັງ - ​ເພື່ອ​ອະນາຄົດ​ທີ່​ສົດ​ໄສ ​ໃນ​ໄລຍະ​ຜ່ານ​ມາ ​ແລະ ຢືນຢັນ​ວ່າ, ວັນໂຄສະນາ​ກ່ຽວ​ກັບ​ການ​ປ້ອງ​ກັນ​ຕ້ານ​​ພະຍາດໂລກ​ມະ​ເຮັງ​ນົມ ​ແມ່ນ​ການ​ເຄື່ອນ​​ໄຫວ​ມະນຸດສະທຳ, ປະກອບສ່ວນ​ຍົກ​ສູງ​ຄວາມ​ຮັບ​ຮູ້​ຂອງ​ປະຊາ​ຄົມ ກ່ຽວ​ກັບ​ການຄົ້ນ​ພົບ​ພະຍາດ​ໂລກມະ​ໂຮງ​ນົມ​ໂດຍ​ໄວ, ພິ​ເສດ​ແມ່ນໜູນຊ່ວຍ​ແມ່​ຍິງ​ໃນ​ການ​ຄົ້ນພົບ​ໂດຍ​ໄວ້, ກໍ່​ຄື​ປ້ອງ​ກັນ ​ແລະ ປິນປົວພະຍາດ​ຢ່າງ​ມີ​ປະສິທິຜົນ. ທ່ານ​ນາງຮອງ​ປະທານ​ປະ​ເທດ​ຫງວຽນ​ທິຢວານ ຊີ້​ແຈ້ງວ່າ, ບັນດາ​ຜູ້​ຕິດ​ພະຍາດມະ​​ເຮ​ງ ​​ສ່ວນ​ຫຼາຍ​ແມ່ນຄົນ​ທຸກ​ຍາກ, ສະ​ນັ້ນ​ຕ້ອງການ​​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່, ​ຊ່ວຍ​​ເຫຼືອ​ຈາກ​ອົງການ​ຈັດ​ຕັ້ງ, ສ່ວນ​ບຸກຄົນ ​ແລະ ທົ່ວ​ສັງຄົມ.
ຂ່າວ/ບົດ​ອື່ນ