ທ່ານນາງຮອງປະທານສະພາແຫ່ງຊາດ ຕ່ອງທິຝ໊ອງ ຕ້ອນຮັບຄະນະການນຳບັນດາອົງການຂອງ ສປຊ ປະຈຳ ຫວຽດນາມ

(VOVWORLD) - ທ່ານນາງຮອງປະທານສະພາແຫ່ງຊາດ ຕ່ອງທິຝ໊ອງ ໄດ້ຢັ້ງຢືນວ່າ ໃນຕະຫຼອດ 40 ປທີ່ີເຂົ້າເປັນສະມາຊິກຂອງ ສປຊ, ຍາມໃດ ຫວຽດນາມ ກໍ່ເປັນສະມາຊິກຕັ້ງໜ້າ, ເປັນເຈົ້າການ ແລະ ມີຄວາມຮັບຜິດຊອບ
ທ່ານນາງຮອງປະທານສະພາແຫ່ງຊາດ ຕ່ອງທິຝ໊ອງ ຕ້ອນຮັບຄະນະການນຳບັນດາອົງການຂອງ ສປຊ ປະຈຳ ຫວຽດນາມ - ảnh 1ການຕ້ອນຮັບໃນວັນທີ 26 ຕຸລາ ທີ່ສຳນັກງານສະພາແຫ່ງຊາດ

ເນື່ອງໃນໂອກາດສະເຫຼີມສະຫຼອງ 73 ປີແຫ່ງວັນສ້າງຕັ້ງ ສປຊ (1945 – 2018), ຕອນບ່າຍວັນທີ 26 ຕຸລາ, ຢູ່ຮ່າໂນ້ຍ, ທ່ານນາງຮອງປະທານສະພາແຫ່ງຊາດ ຫວຽດນາມ ຕ່ອງທິຝ໊ອງ ໄດ້ໃຫ້ການຕ້ອນຮັບຄະນະການນຳບັນດາອົງການຂອງ ສປຊ ປະຈຳ ຫວຽດນາມ ໂດຍທ່ານ Kamal Malhotra, ຜູ້ປະສານງານຜູ້ຕາງໜ້າຂອງ ສປຊ, ຫົວໜ້າຜູ້ຕາງໜ້າໂຄງການພັດທະນາ ສປຊ ປະຈຳ ຫວຽດນາມ ມາຢ້ຽມຢາມສຳນັກງານສະພາແຫ່ງຊາດ. ນະທີ່ນີ້, ທ່ານນາງຮອງປະທານສະພາແຫ່ງຊາດ ຕ່ອງທິຝ໊ອງ ໄດ້ຢັ້ງຢືນວ່າ ໃນຕະຫຼອດ 40 ປທີ່ີເຂົ້າເປັນສະມາຊິກຂອງ ສປຊ, ຍາມໃດ ຫວຽດນາມ ກໍ່ເປັນສະມາຊິກຕັ້ງໜ້າ, ເປັນເຈົ້າການ ແລະ ມີຄວາມຮັບຜິດຊອບ, ປະຕິບັດບັນດາບົດບາດເຊິ່ງ ສປຊ ມອບໝາຍໃຫ້ເປັນຢ່າງດີ. ສະພາແຫ່ງຊາດ ຫວຽດນາມ ຊົມເຊີຍ ສປຊ, ໂດຍຜ່ານບັນດາອົງການຕາງໜ້າປະຈຳ ຫວຽດນາມ ໄດ້ໜູນຊ່ວຍການເຄື່ອນໄຫວຂອງສະພາແຫ່ງຊາດ ຫວຽດນາມ ຢ່າງມີປະສິດທິຜົນກ່ວາອີກ.

        ສ່ວນທ່ານ Kamal Malhotra ຢັ້ງຢືນຄືນໃໝ່ຄຳໝັ້ນສັນຍາຂອງ ສປຊ ໃນການໜູນຊ່ວຍ, ຮ່ວມມືຢ່າງແໜ້ນແຟ້ນກັບສະພາແຫ່ງຊາດ ຫວຽດນາມ ເພື່ອພ້ອມກັນຍູ້ແຮງພາລະບົດບາດໃນການຕິດຕາມກວດກາ, ປະຕິບັດການສ້າງກົດໝາຍ ແລະ ພາລະໜ້າທີ່ຂອງສະພາແຫ່ງຊາດ ຫວຽດນາມ ໃນການປະຕິບັດບັນດາຈຸດໝາຍພັດທະນາແບບຍືນຍົງຄືໂຄງການດຳເນີນງານຮອດປີ 2030 ຂອງ ສປຊ.

ຕອບກັບ

ຂ່າວ/ບົດ​ອື່ນ