ທ່ານ​ນາງ​ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຕ່ອງ​ທິ​ຟ໊ອງ ຢ້ຽມ​ຢາມ ແລະ ມອບ​ຂອງ​ຂວັນ​ບຸນ​ເຕັດ​ຢູ່​ແຂວງ​ເຊີນ​ລາ

(VOVWORLD) -ຕອນເຊົ້າວັນທີ 22 ມັງກອນ, ທ່ານນາງຮອງປະທານ ຜູ້ປະຈຳການສະພາແຫ່ງຊາດຫວຽດນາມ ຕ່ອງທິຟ໊ອງ ພ້ອມດ້ວຍຄະນະປະຕິບັດງານຂອງ ສະພາແຫ່ງຊາດຫວຽດນາມ ໄດ້ໄປຢ້ຽມຢາມ ແລະ ມອບຂອງຂວັນໃຫ້ບັນດາຄອບຄົວເປົ້າໝາຍນະໂຍບາຍ ເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດ ປີຊວດ 2020.

          ນະທີ່ນີ້, ທ່ານນາງ ຕ່ອງທິຟ໊ອງ ໄດ້ມອບທຸງຊາດ 50 ຜືນ ໃຫ້ແກ່ບັນດາຄອບຄົວເປົ້າໝາຍນະໂຍບາຍໃນບໍລິເວນຕາແສງ ຊວນຍາ; ກຸ່ມບໍລິສັດ Vingroup ໄດ້ມອບຂອງຂວັນ ຈຳນວນ 400 ພູດໃຫ້ແກ່ບັນດາຄອບຄົວທຸກຍາກ; ບໍລິສັດໃຫຍ່ພະລັງໄຟຟ້າ ພາກເໜືອ ໄດ້ມອບຕຽງນອນ 2 ຊັ້ນ 200 ໜ້ວຍ ໃຫ້ຂະແໜງການສຶກສາເມືອງ ເວິນໂຮ່; ກຳມະານ ຫ້ອງວ່າການສະພາແຫ່ງຊາດ ໄດ້ມອບອຸປະກອນການຮຽນການສອນໃຫ້ແກ່ບັນດາໂຮງຮຽນໃນບໍລິເວນຕາແສງຊວນຍາ.

ທ່ານ​ນາງ​ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຕ່ອງ​ທິ​ຟ໊ອງ ຢ້ຽມ​ຢາມ ແລະ ມອບ​ຂອງ​ຂວັນ​ບຸນ​ເຕັດ​ຢູ່​ແຂວງ​ເຊີນ​ລາ - ảnh 1 ທ່ານນາງຮອງປະທານສະພາແຫງ່ຊາດ ຕ່ອງທິຟ໊ອງ ເຂົ້າຮ່ວມພິທີເປີດສະຫຼອງອະນຸສາວະລີນັກຮົບເສຍສະຫຼະຊີວິດເພື່ອຊາດ ຢູ່ຕາແສງ ຊວັນຍາ (ພາບ: vov.vn)

          ທ່ານນາງຮອງປະທານສະພາແຫງ່ຊາດ ຕ່ອງທິຟ໊ອງ ກໍໄດ້ເຂົ້າຮ່ວມພິທີເປີດສະຫຼອງອະນຸສາວະລີນັກຮົບເສຍສະຫຼະຊີວິດເພື່ອຊາດ ຢູ່ຕາແສງ ຊວັນຍາ, ເມືອງ ເວີນໂຮ່, ແຂວງເຊີນລາ.

ຕອບກັບ

ຂ່າວ/ບົດ​ອື່ນ