ທ່ານ​ນາງ​ຮອງ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Kamala Harris ຈະ​ເດີນ​ທາງ​ໄປ​ຢ້ຽມ​ຢາມ ສິງ​ກະ​ໂປ ແລະ ຫວຽດ​ນາມ

(VOVWORLD) -ຖັດຈາກນັ້ນ, ທ່ານນາງ Kamala Harris ຈະໄປຢ້ຽມຢາມ ຫວຽດນາມ. ບັນດາຫົວຂໍທີ່ຈະປຶກສາຫາລືໃນການຢ້ຽມຢາມຂອງທ່ານນາງ Kamala Harris ແມ່ນບັນດາບັນຫາດ້ານສາທາລະນະສຸກທົ່ວໂລກ, ການພົວພັນຄູ່ຮ່ວມມືເສດຖະກິດ ແລະ ຄວາມໝັ້ນຄົງ ພ້ອມກັບບັນດາບັນຫາໃນພາກພື້ນ.
ທ່ານ​ນາງ​ຮອງ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Kamala Harris ຈະ​ເດີນ​ທາງ​ໄປ​ຢ້ຽມ​ຢາມ ສິງ​ກະ​ໂປ ແລະ ຫວຽດ​ນາມ - ảnh 1ທ່ານນາງຮອງປະທານາທິບໍດີ ອາເມລິກາ Kamala Harris (ພາບ: AFP/TTXVN)

ວັນທີ 20 ສິງຫາ (ຕາມເວລາ ວໍຊິງຕັນ), ທ່ານນາງຮອງປະທານາທິບໍດີ ອາເມລິກາ Kamala Harris ໄດ້ເດີນທາງໄປຢ້ຽມຢາມ ສິງກະໂປ ແລະ ຫວຽດນາມ. ທ່ານນາງຮອງປະທານາທິບໍດີ Kamala Harris ຈະຢ້ຽມຢາມ ສິງປະໂປ ໃນເວລາ 3 ວັນ ນັບແຕ່ວັນທີ 22 ສິງຫາ, ໃນນັ້ນຄາດວ່າ ຈະມີການເຈລະຈາກັບທ່ານນາຍົກລັດຖະມົນຕີ ສິງກະໂປ ຫຼີຊຽນຫຼົງ ໃນວັນທີ 23 ສິງຫາ ແລະ ມີບົດກ່າວປາໄສໃນວັນທີ 24 ສິງຫາ ດ້ວຍເນື້ອໃນແມ່ນເນັ້ນໜັກເຖິງຄວາມສຳຄັນຂອງບັນດາການພົວພັນຄູ່ຮ່ວມມື ແລະ ບັນດາຂົງເຂດຮ່ວມມືຕ້ອງການຊຸກຍູ້.

ຕອບກັບ

ຂ່າວ/ບົດ​ອື່ນ