ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ: ປົກ​ປັກ​ຮັກ​ສາ​ຊີ​ວິດ​ອິນ​ຊີ ແລະ ຊັບ​ສົມ​ບັດ​ຂອງ​ປະ​ຊາ​ຊົນ​ເຂດ​ຖືກ​ພະ​ຍຸ​ນ້ຳ​ຖ້ວມ

(VOVWORLD) -ຄະນະປະຈຳລັດຖະບານຈັດການປະຊຸມຜັນຂະຫຍາຍ ບັນດາມາດຕະການແກ້ໄຂຜົນຮ້າຍຈາກພະຍຸນ້ຳຖ້ວມ
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ: ປົກ​ປັກ​ຮັກ​ສາ​ຊີ​ວິດ​ອິນ​ຊີ ແລະ ຊັບ​ສົມ​ບັດ​ຂອງ​ປະ​ຊາ​ຊົນ​ເຂດ​ຖືກ​ພະ​ຍຸ​ນ້ຳ​ຖ້ວມ - ảnh 1

(ພາບ: tuoitre.vn)

         ຕອນບ່າຍວັນທີ 19 ຕຸລາ, ໂດຍພາຍໃຕ້ການເປັນປະທານຂອງ ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ,  ຄະນະປະຈຳລັດຖະບານຈັດການປະຊຸມຜັນຂະຫຍາຍ ບັນດາມາດຕະການແກ້ໄຂຜົນຮ້າຍຈາກພະຍຸນ້ຳຖ້ວມ ກໍ່ຄືວຽກງານປ້ອງກັນຕ້ານພະຍຸນ້ຳຖ້ວມໃນໄລຍະຈະມາເຖິງ. ກ່າວຄຳເຫັນທີ່ການປະຊຸມ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ, ເນັ້ນໜັກວ່າ:

  ນາຍົກລັດຖະມົນຕີຮຽກຮ້ອງສືບຕໍ່ການຊີ້ນຳການແກ້ໄຂຜົນຮ້າຍ ດ້ວຍບັນດາວິທີການກຽມພ້ອມຫຼາຍກ່ວາອີກ ບົນຈິດໃຈບໍ່ໃຫ້ປະຊາຊົນຖືກອຶດຫິວ, ບໍ່ມີບ່ອນເພິງພາອາໄສ. ຕັ້ງໜ້າຊີ້ນຳການກູ້ໄພກູ້ຊີບ ແຕ່ຕ້ອງມີຄວາມຜອດໄພ. ກ່ອນອື່ນໝົດຕ້ອງຮັບປະກັນການຍົກຍ້າຍປະຊາຊົນອອກຈາກເຂດອັນຕະລາຍ. ລະບົບການເມືອງຕ້ອງເຂົ້າຮ່ວມ, ໂດຍສະເພາະແມ່ນບັນດາໝູ່ຄະນະຄື: ຊາວໜູ່ມ, ບັນດາຜູ້ມີໃຈບຸນໃຈກຸສົນ, ໜູນຊ່ວຍໃຫ້ປະຊາຊົນດ້ວຍຈິດໃຈ “ຊ່ວຍເຫຼືອຊື່ງກັນ ແລະ ກັນ”. ບັນດາທ້ອງຖິ່ນຕ້ອງໜູນຊ່ວຍບັນດາເຂດຖືກພະຍຸນ້ຳຖ້ວມ.

ຕອບກັບ

ຂ່າວ/ບົດ​ອື່ນ