ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິ້ງ ສະ​ເໜີ WHO ໜູນ​ຊ່ວຍ​ ຫວຽດ​ນາມ ​ເພື່ອ​ໃຫ້ກາຍ​ເປັນ​​ສູນ​ຜະ​ລິດ​ວັກ​ຊິນ

(VOVWORLD) -        ຕອນບ່າຍວັນທີ 24 ມິຖຸນາ, ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິງຈິງ ໄດ້ໂອ້ລົມໂທລະສັບກັບທ່ານ Tedros Adhanom Ghebreyesus, ຜູ້ອຳນວຍການໃຫຍ່ອົງການອະນາໄມໂລກ (WHO).
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິ້ງ ສະ​ເໜີ WHO ໜູນ​ຊ່ວຍ​ ຫວຽດ​ນາມ ​ເພື່ອ​ໃຫ້ກາຍ​ເປັນ​​ສູນ​ຜະ​ລິດ​ວັກ​ຊິນ - ảnh 1ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິງຈິງ ໂອ້ລົມໂທລະສັບກັບທ່ານ Tedros Adhanom Ghebreyesus, ຜູ້ອຳນວຍການໃຫຍ່ອົງການອະນາໄມໂລກ (ພາບ: VGP)

ນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ສະແດງຄວາມຂອບອົກຂອບໃຈ ແລະ ຕີລາຄາສູງການພົວພັນຮ່ວມມື ແລະ ການໜູນຊ່ວຍຂອງ WHO ທີ່ມີຕໍ່ການພັດທະນາຂອງຂະແໜງສາທາລະນະສຸກ ຫວຽດນາມ ໃນຕະຫຼອດໄລຍະ 45 ປີ ຜ່ານມາ. ພ້ອມທັງສະເໜີ WHO ຈົ່ງໜູນຊ່ວຍ ແລະ ບຸລິມະສິດ ເພື່ອໃຫ້ຫວຽດນາມ ໄດ້ຮັບວັກຊິນງວດຕໍ່ໄປ ຕາມໂຄງການ COVAX ດັ່ງທີ່ໄດ້ໃຫ້ຄຳໝັ້ນສັນຍາ. ທ່ານ ຟ້າມມິງຈິງ ກໍສະເໜີ ອົງການ WHO ຈະສະໜັບສະໜູນ ແລະ ຊ່ວຍເຫຼືອ ຫວຽດນາມ ໃຫ້ກາຍເປັນໜຶ່ງໃນບັນດາສູນຜະລິດວັກຊິນໃນພາກຕາເວັນຕົກປາຊີຟິກ.

        ສ່ວນທ່ານ Tedros Adhanom Ghebreyesus, ຜູ້ອຳນວຍການໃຫຍ່ອົງການ WHO ກໍຮອງຮັບບັນດາຂໍ້ສະເໜີຂອງ ຫວຽດນາມ, ຈະບຸລິມະສິດໃຫ້ ຫວຽດນາມ ສຳຜັດກັບແຫຼ່ງວັກຊິນຕ່າງໆໄດ້ຢ່າງວ່ອງໄວ, ກໍຄື ກາຍເປັນສູນຜະລິດວັກຊິນໃນພາກພື້ນໃນໄວໆນີ້; ທ່ານກໍຢັ້ງຢືນວ່າ ຈະສົ່ງນັກຊ່ຽວຊານຂອງອົງການ WHO ມາໜູນຊ່ວຍ ຫວຽດນາມ ໃນການຄົ້ນຄວ້າ ແລະ ຜະລິດວັກຊິນ ຕອບສະໜອງໄດ້ຕາມມາດຕະຖານສາກົນ.

        ທ່ານ Tedros Adhanom Ghebreyesus, ຜູ້ອຳນວຍການໃຫຍ່ອົງການອະນາໄມໂລກ (WHO) ຢັ້ງຢືນວ່າ, WHO ຈະເອົາໃຈໃສ່ ແລະ ເຮັດຈົນສຸດຄວາມສາມາດຂອງຕົນເພື່ອຊ່ວຍເຫຼືອ ຫວຽດນາມ ໃນວຽກງານປ້ອງກັນ, ສະກັດກັ້ນໂລກລະບາດ, ກໍຄື ພ້ອມແລ້ວທີ່ຈະຮ່ວມເດີນທາງພ້ອມກັບລັດຖະບານ  ແລະ ປະຊາຊົນ ຫວຽດນາມ ໃນວຽກງານຮັກສາສຸຂະພິບານໃຫ້ແກ່ປະຊາຊົນ.

 

 

 

ຕອບກັບ

ຂ່າວ/ບົດ​ອື່ນ