ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິ໊ງ ເຮັດ​ວຽກ​ກັບ​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ

(VOVWORLD) -ລາຍງານທີ່ການເຮັດວຽກ, ທ່ານ ລັດຖະມົນຕີກະຊວງສາທາລະນະສຸກຫວຽດນາມ ຫງວຽນແທັງລອງ ໄດ້ຢັ້ງຢືນຈຳນວນຜູ້ຕິດເຊື້ອພະຍາດໂຄວິດ - 19 ລາຍໃໝ່ຢູ່ ຫວຽດນາມ ອາດຈະສືບຕໍ່ເພີ່ມຂຶ້ນ, ເຖິງຢ່າງໃດກໍ່ຕາມ, ທຸກຄົນຕິດເຊື້ອລາຍໃໝ່ລ້ວນແຕ່ຢັ້ງຢືນໄດ້ແຫຼ່ງຕິດເຊື້ອ ແລະ ໄດ້ຮັບການແຍກຕົວແລ້ວ.
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິ໊ງ ເຮັດ​ວຽກ​ກັບ​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ  ກ່າວຄຳເຫັນທີ່ການເຮັດວຽກ (ພາບ: VGP)

ຕອນເຊົ້າວັນທີ 15 ພຶດສະພາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິ໊ງ ໄດ້ເຮັດວຽກກັບກະຊວງສາທາລະນະສຸກ ຫວຽດນາມ ກ່ຽວກັບສະພາບການປະຕິບັດໜ້າທີ່ຂອງຂະແໜງ, ບັນດາບັນຫາຍັງຄົງຂ້າງຕ້ອງໄດ້ຮັບການແກ້ໄຂຢ່າງຮີບດ່ວນ, ບັນດາຂໍ້ສະເໜີຂອງຂະແໜງ, ເປັນຕົ້ນແມ່ນໃນສະພາບການໂລກລະບາດໂຄວິດ - 19 ພວມມີການຜັນແປຢ່າງສັບສົນ ແລະ ຍາກທີ່ຈະຄາດຄະເນລ່ວງໜ້າໄດ້…

ທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ຊີ້ແຈ້ງວ່າ, “ທົ່ວປວງຊົນພວມລໍຄອຍຂະແໜງສາທາລະນະສຸກ ຫວຽດນາມ ຊຶ່ງແມ່ນກຳລັງຫຼັກແຫຼ່ງໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19”, ດັ່ງນັ້ນ ຮຽກຮ້ອງຕ້ອງມີວິທີການຊຸກຍູ້ຢ່າງແຮງກ່ວາອີກ ເພື່ອໃຫ້ກະຊວງສາທາລະນະສຸກ ແລະ ຂະແໜງສາທາລະນະສຸກ ປະຕິບັດບົດບາດໜ້າທີ່ຂອບເຂດອຳນາດ, ສິດຂອງຕົນໃຫ້ເປັນຢ່າງດີ. ພິເສດແມ່ນກ່ຽວກັບວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19, ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ກະຊວງສາທາລະນະສຸກ ວາງອອກບັນດາວິທີການເພື່ອປ້ອງກັນໂລກລະບາດໂຄວິດ - 19 ຢ່າງມີປະສິດທິຜົນ, ສືບຕໍ່ພັດທະນາເສດຖະກິດ - ສັງຄົມໃນໄລຍະຈະມເຖິງ, ໃນສະເພາະໜ້າແມ່ນກະກຽມໃຫ້ແກ່ການເລືອກຕັ້ສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນທຸກຂັ້ນໃຫ້ເປັນຢ່າງດີ.

ລາຍງານທີ່ການເຮັດວຽກ, ທ່ານ ລັດຖະມົນຕີກະຊວງສາທາລະນະສຸກຫວຽດນາມ ຫງວຽນແທັງລອງ ໄດ້ຢັ້ງຢືນຈຳນວນຜູ້ຕິດເຊື້ອພະຍາດໂຄວິດ - 19 ລາຍໃໝ່ຢູ່ ຫວຽດນາມ ອາດຈະສືບຕໍ່ເພີ່ມຂຶ້ນ, ເຖິງຢ່າງໃດກໍ່ຕາມ, ທຸກຄົນຕິດເຊື້ອລາຍໃໝ່ລ້ວນແຕ່ຢັ້ງຢືນໄດ້ແຫຼ່ງຕິດເຊື້ອ ແລະ ໄດ້ຮັບການແຍກຕົວແລ້ວ. ກະຊວງສາທາລະນະສຸກກໍ່ພວມມານະພະຍາຍາມສຳຜັດກັບບັນດາແຫຼ່ງສະໜອງວັກຊິນຜ່ານຫຼາຍຊ່ອງທາງທີ່ແຕກຕ່າງກັນ, ເຮັດວຽກໂດຍກົງກັບບັນດານັກຜະລິດວັກຊິນ, ບັນດາອົງການຈັດຕັ້ງສາກົນ, ສະຖານທູດບັນດາປະເທດ ແລະ ສະຖານທູດ ຫວຽດນາມ ປະຈຳ ຕ່າງປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ