ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ພົບປະກັນບັນດາອົງການສື່ມວນຊົນ

(VOVWORLD) -ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິນຈິງ, ໄດ້ພົບປະກັບການນຳບັນດາອົງການສື່ມວນຊົນ ເນື່ອງໃນໂອກາດສະເຫຼີມສະຫຼອງ 96 ປີແຫ່ງວັນສື່ມວນຊົນປະຕິວັດຫວຽດນາມ
ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ພົບປະກັນບັນດາອົງການສື່ມວນຊົນ - ảnh 1ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິນຈິງ,  ໄດ້ພົບປະກັບການນຳບັນດາອົງການສື່ມວນຊົນ
(ພາບ: TTXVN)

ຕອນບ່າຍວັນທີ 20 ມິຖຸນາ, ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິນຈິງ,  ໄດ້ພົບປະກັບການນຳບັນດາອົງການສື່ມວນຊົນ ເນື່ອງໃນໂອກາດສະເຫຼີມສະຫຼອງ 96 ປີແຫ່ງວັນສື່ມວນຊົນປະຕິວັດຫວຽດນາມ (21 ມິຖຸນາ 1925-21 ມິຖຸນາ 2021).

        ກ່າວຄຳເຫັນທີ່ການພົບປະ, ທ່ານນາຍົກລັດຖະມົນຕີເນັ້ນໜັກວ່າ, ລັດຖະບານຍາມໃດກໍ່ຮັບຟັງ, ມີຄວາມເຂົ້າໃຈ, ແບ່ງປັນບັນດາຄວາມຫຍຸ້ງຍາກ, ສິ່ງທ້າທາຍ, ຕີລາຄາສູງ ແລະ ມີບັນດາມາດຕະການແກ້ໄຂເພື່ອສ້າງເງື່ອນໄຂສະດວກໃຫ້ແກ່ການເຄື່ອນໄຫວຂອງບັນດາອົງການສື່ມວນຊົນ, ນັກຂ່າວ, ຮັບປະກັນການເຄົາລົບຕາມຂໍ້ກຳນົດຂອງກົດໝາຍໃນຂອບເຂດສິດຂອງລັດຖະບານ. ລັດຖະບານປາດຖະໜາຢາກໄດ້ຮັບການສະໜັບສະໜູນ, ຄຳເຫັນຂອງບັນດານັກຂ່າວ ເພື່ອສ້າງລັດຖະບານແຫ່ງສັດຊື່ບໍລິສຸດ, ມີການກະທຳຢ່າງຂ້ຽວຂາດ, ມີປະສິດທິຜົນ, ມີຄວາມເຂົ້າໃຈຕໍ່ປະຊາຊົນ, ຕິດພັນກັບປະຊາຊົນ, ທຸກສິ່ງທຸກຢ່າງແມ່ນເພື່ອຜົນປະໂຫຍດຂອງຊາດ, ຂອງປະຊາຊົນ.

ຕອບກັບ

ຂ່າວ/ບົດ​ອື່ນ