ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ພົບປະເຈລະຈາກັບທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ

(VOVWORLD) -2 ຝ່າຍໄດ້ສົມທົບກັນຊອກຫາແຫຼ່ງທຶນ ແລະ ຍູ້ໄວການຜັນຂະຫຍາຍບັນດາໂຄງການເຊື່ອມຕໍ່ທາງຄົມມະນາຄົມຍຸດທະສາດ, ໃນນັ້ນມີເສັ້ນທາງຄວາມໄວສູງຮ່າໂນ້ຍ - ນະຄອນຫຼວງວຽງຈັນ ແລະ ເສັ້ນທາງລົດໄຟ ນະຄອນຫຼວງວຽງຈັນ - ວູ້ງອາງ.
ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ພົບປະເຈລະຈາກັບທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ - ảnh 1(ການພົບປະເຈລະຈາລະຫວ່າງທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິນຈິງ ກັບ ທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ)

ຕອນບ່າຍວັນທີ 28 ມິຖຸນາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິນຈິງ ໄດ້ມີການພົບປະເຈລະຈາກັບທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ, ທີ່ພວມຢ້ຽມຢາມສັນຖະວະໄມຕີຫວຽດນາມ ຢ່າງເປັນທາງການ. ຢູ່ທີ່ນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ແລະ ທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ ໄດ້ເຫັນດີເປັນເອກະພາບສູງກ່ຽວກັບທິດທາງຮ່ວມມືໃນໄລຍະທີ່ຈະມາເຖິງໃນທຸກຂົງເຂດ; ສົມທົບກັນຜັນຂະຫຍາຍບັນດາໂຄງການຮ່ວມມືສຳຄັນລະຫວ່າງ 2 ປະເທດ.

        ກ່ຽວກັບໂຄງການຮ່ວມມືພັດທະນາທ່າກ່ຳປັ່ນ ວູ້ງອາງ 1,2,3, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ໄດ້ຊົມເຊີຍບໍລິສັດທ່າກ່ຳປັ່ນສາກົນລາວ-ຫວຽດນາມ ທີ່ບັນລຸການເຕີບໂຕດີ, ໄດ້ນຳການຂົນສົ່ງຄອນເທັນເນີທຳອິດເຂົ້າສູ່ການເຄື່ອນໄຫວເມື່ອເດືອນ ເມສາ ຜ່ານມາ. 2 ຝ່າຍໄດ້ສົມທົບກັນຊອກຫາແຫຼ່ງທຶນ ແລະ ຍູ້ໄວການຜັນຂະຫຍາຍບັນດາໂຄງການເຊື່ອມຕໍ່ທາງຄົມມະນາຄົມຍຸດທະສາດ, ໃນນັ້ນມີເສັ້ນທາງຄວາມໄວສູງຮ່າໂນ້ຍ - ນະຄອນຫຼວງວຽງຈັນ ແລະ ເສັ້ນທາງລົດໄຟ ນະຄອນຫຼວງວຽງຈັນ - ວູ້ງອາງ. ການນຳ 2 ທ່ານໄດ້ເຫັນດີຜັນຂະຫຍາຍສວນສາທາລະນະມິດຕະພາບລາວ - ຫວຽດນາມ ຢູ່ນະຄອນຫຼວງວຽງຈັນ ໂດຍໄວ, ສົມທົບກັນຈັດຕັ້ງບັນດາການເຄື່ອນໄຫວສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງການພົວພັນທາງການທູດ ແລະ 45 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືຫວຽດນາມ - ລາວ ໃນປີ 2022.

        ການນຳ 2 ທ່ານ ກໍ່ໄດ້ແບ່ງປັນ, ຕີລາຄາກ່ຽວກັບບາງບັນຫາຢູ່ພາກພື້ນ ແລະ ສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ໃນນັ້ນມີບັນຫາທະເລຕາເວັນອອກ, ນຳໃຊ້ແຫຼ່ງນ້ຳແມ່ນ້ຳຂອງແບບຍືນຍົງ ແລະ ມີປະສິດທິຜົນ. 2 ຝ່າຍເຫັນດີສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ສະໜັບສະໜູນເຊິ່ງກັນແລະກັນ, ປະກອບສ່ວນຊຸກຍູ້ສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາຢູ່ພາກພື້ນ ແລະ ໃນໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ