ທ່ານນາຍົກລັດຖະມົນຕີ ຟ້າມມິນຈິ໊ງ ຮຽກໂຮມຈັດກອງປະຊຸມກັບ 6 ແຂວງເຂດຊາຍແດນທາງທິດຕາເວັນຕົກສ່ຽງໃຕ້

(VOVWORLD) -ນີ້ແມ່ນຈຸດເວວລາ “ຮ້ອງເຮັ່ງ”, ທ່ານນາຍົກລັດຖະມົນຕີ ຕ້ອງຈັດກອງປະຊຸມດ່ວນເພື່ອຜັນຂະຫຍາຍບັນດາມາດຕະການປ້ອງກັນ, ຕ້ານໂລກລະບາດໃນສະພາບການໃໝ່.
ທ່ານນາຍົກລັດຖະມົນຕີ ຟ້າມມິນຈິ໊ງ ຮຽກໂຮມຈັດກອງປະຊຸມກັບ  6 ແຂວງເຂດຊາຍແດນທາງທິດຕາເວັນຕົກສ່ຽງໃຕ້ - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິນຈິ໊ງ
(ພາບ: VGP)

ຕອນເຊົ້າວັນທີ 09 ພຶດສະພາ, ໃນການໄປປະຕິບັດງານຢູ່ບັນດາແຂວງເຂດທົ່ວພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ, ຢູ່ແຂວງ ອານຢາງ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິ໊ງ ໄດ້ຮຽກໂຮມຈັດກອງປະຊຸມທາງອອນລາຍຢ່າງຮີບດ່ວນ ກັບຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ແລະ 6 ແຂວງເຂດຊາຍແດນທາງທິດຕາເວັນຕົກສ່ຽງໃຕ້. ກ່າວຄຳເຫັນເປີດກອງປະຊຸມ, ທ່ານນາຍົກລັດຖະມົນຕີໃຫ້ຮູ້ວ່າ, ນີ້ແມ່ນຈຸດເວວລາ “ຮ້ອງເຮັ່ງ”, ທ່ານນາຍົກລັດຖະມົນຕີຕ້ອງຈັດກອງປະຊຸມດ່ວນ ເພື່ອຜັນຂະຫຍາຍບັນດາມາດຕະການປ້ອງກັນ, ຕ້ານໂລກລະບາດໃນສະພາບການໃໝ່.

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິ໊ງ ຊີ້ແຈ້ງວ່າ: ບ່ອນໃດໄດ້ເກີດໂລກລະບາດໃນວົງກວ້າງ, ບໍ່ສາມາດຈັດການເລືອກຕັ້ງ, ເສດຖະກິດຊັກຊ້າຍ້ອນສາຍເຫດອັດຕະວິໄສ, ຕ້ອງປັບໄໝຜູ້ນຳໜ້າທຸກຂັ້ນຢ່າງເດັດຂາດ.

ພ້ອມກັບເລື່ອງຊີ້ແຈ້ງບັນດາສາຍເຫດ ເຊິ່ງເຮັດໃຫ້ສະພາບການແຜ່ລະບາດຂອງໂລກລະບາດຄືໃນປະຈຸບັນ ແມ່ນເລີ່ມມາຈາກຜູ້ເຂົ້າເມືອງ; ປະໝາດ, ຂາດຄວາມລະມັດລະວັງ… ທ່ານນາຍົກລັດຖະມົນຕີໄດ້ຍົກອອກ 8 ໜ້າທີ່ຈຸດສຸຸມ. ຕາມນັ້ນແລ້ວ, ບັນດາທ້ອງຖິ່ນ, ອົງການຈັດຕັ້ງ, ຫົວໜ່ວຍຕ້ອງສືບຕໍ່ປະຕິບັດການປ້ອງກັນ, ຕ້ານໂລກລະບາດ, ຮັກສາຄວາມໝັ້ນຄົງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ ດ້ວຍແນວຄິດຊີ້ນຳຕ້ອງຮີບເຮັ່ງ, ຕັ້ງໜ້າ, ຂ້ຽວຂາດ, ມີປະສິດທິຜົນ ແລະ ບັນລຸຜົນສຳເລັດກວ່າອີກ. ບັນດາກຳລັງມີໜ້າຕ້ອງຄວບຄຸ້ມການເຂົ້າເມືອງຢ່າງແໜ້ນແຟ້ນກວ່າ, ໂດຍສະເພາະແມ່ນການເຂົ້າເມືອງ ແລະ ຢູ່ອາໄສຢ່າງຜິດກົດໝາຍ, ຕ້ານການຄ້າເຖື່ອນ…; ຕ້ອງກະກຽມຖ້າເກີດສະພາບການທີ່ທົ່ວປະເທດມີຜູ້ຕິດເຊື້ອພະຍາດ 30.000 ຄົນ ແລະ ສ້າງແຜນການປິ່ນປົວໃນທົ່ວປະເທດ. ກະຊວງສາທາລະນະສຸກສືບຕໍ່ນຳເຂົ້າວັກຊິນ, ຊຸກຍູ້ການຜະລິດວັກຊິນຢູ່ພາຍໃນປະເທດ. ທ່ານນາຍົກລັດຖະມົນຕີຮຽກຮ້ອງໃຫ້ບັນດາທ້ອງຖິ່ນ ຈົ່ງສ້າງສະພາບການເປັນປົກກະຕິໂດຍໄວ, ສຸມໃສ່ການຜະລິດດຳເນີນທຸລະກິດ, ຮັບປະກັນຊີວິດການເປັນຢູ່ຂອງປະຊາຊົນເປັນປົກກະຕິ.

ແລະກໍ່ໃນວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິ໊ງ ໄດ້ໄປກວດກາວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ຢູ່ເຂດຊາຍແດນທິດຕາເວັນຕົກສ່ຽງໃຕ້ຫວຽດນາມ, ເຮັດວຽກກັບກອງບັນຊາການທະຫານຊາຍແດນ ອານຢາງ.

ໃນຮອບເວລາ 10 ວັນຜ່ານມາ, ຫວຽດນາມ ມີຜູ້ຕິດເຊື້ອພະຍາໂຄວິດ 19 ລວມ 57 ຄົນໃນຊຸມຊົນ. ທ່ານນາຍົກລັດຖະມົນ ຕີຮຽກຮ້ອງໃຫ້ບັນດາແຂວງບໍ່ຄວນປະໝາດ, ຕ້ອງເລີ່ມເຄື່ອນໄຫວລະບົບປ້ອງກັນ, ຕ້ານໂລກລະບາດທັງໝົດຄືນໃໝ່.

ຕອບກັບ

ຂ່າວ/ບົດ​ອື່ນ