ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເຂົ້າຮ່ວມພິທີປະກາດເລີ່ມປຶກສາຫາລືກ່ຽວກັບ IPEF ແບບທາງໄກ

(VOVWORLD) - ບັນດາການນຳໄດ້ເຫັນດີເລີ່ມດຳເນີນວິວັດການປຶກສາຫາລືກ່ຽວກັບ IPEF ແລະ ພ້ອມແລ້ວຈະເຊື້ອເຊີນບັນດາປະເທດຢູ່ພາກພື້ນທີ່ມີຄວາມສົນໃຈ ພ້ອມກັນເຂົ້າຮ່ວມ
ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເຂົ້າຮ່ວມພິທີປະກາດເລີ່ມປຶກສາຫາລືກ່ຽວກັບ IPEF ແບບທາງໄກ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ພິທີປະກາດເລີ່ມປຶກສາຫາລືກ່ຽວກັບ IPEF
(ພາບ: TTXVN)

ຕອນບ່າຍວັນທີ 23 ພຶດສະພາ, ຢູ່ ໂຕກຽວ, ປະເທດ ຍີ່ປຸ່ນ, ໄດ້ດຳເນີນພິທີປະກາດເລີ່ມດຳເນີນການປຶກສາຫາລືກ່ຽວກັບຂອບເຂດເສດຖະກິດ ມະຫາສະໝຸດອິນເດຍ - ປາຊີຟິກ ເພື່ອຄວາມວັດທະນາຖາວອນ (IPEF) ຕາມຮູບແບບທາງໄກ ສົມທົບກັນເຊິ່ງໜ້າ. ທ່ານນາຍົກລັດຖະມົນຕີບັນດາປະເທດ: ຍີ່ປຸ່ນ, ອິນເດຍ, ນິວຊີແລນ, ໄທ, ສິງກະໂປ; ປະທານາທິບໍດີ ອາເມລິກາ, ສ.ເກົາຫຼີ ແລະ ລັດຖະມົນຕີບັນດາປະເທດ ບຣຸໄນ, ອິນໂດເນເຊຍ, ມາເລເຊຍ, ຟີລິບຟິນ ເຂົ້າຮ່ວມພິທີ.

        ທີ່ພິທີ, ບັນດາການນຳໄດ້ເຫັນດີເລີ່ມດຳເນີນວິວັດການປຶກສາຫາລືກ່ຽວກັບ IPEF ແລະ ພ້ອມແລ້ວຈະເຊື້ອເຊີນບັນດາປະເທດຢູ່ພາກພື້ນທີ່ມີຄວາມສົນໃຈ ພ້ອມກັນເຂົ້າຮ່ວມ ດ້ວຍຄວາມຫວັງວ່າ ຂອບເຂດຮ່ວມມືນີ້ຈະຊ່ວຍໃຫ້ບັນດາພື້ນຖານເສດຖະກິດເພີ່ມທະວີຄວາມຕ້ານທານ ໂດຍສະເພາະແມ່ນໃນວິວັດການຟື້ນຟູພາຍຫຼັງໂລກລະບາດ, ຍົກສູງກຳລັງແກ່ງແຍ້ງ, ການຮັບມື, ຍືນຍົງ… ເນື້ອໃນປຶກສາຫາລືໃນໄລຍະຈະມາເຖິງ ຈະສຸມໃສ່ 4 ເສົາຄ້ຳຄື: ການຄ້າ; ລະບົບສະໜອງ; ພະລັງງານສະອາດ, ປອດ carbon ແລະ ພື້ນຖານໂຄງລ່າງ; ພາສີ ແລະ ຕ້ານການສໍຫຼາດບັງຫຼວງ.

        ກ່າວຄຳເຫັນທີ່ພິທີ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ໄດ້ເນັ້ນໜັກເຖິງຄວາມຈຳເປັນຕ້ອງດັດປັບຮູບແບບເຕີບໂຕ. ທ່ານນາຍົກລັດຖະມົນຕີຖືວ່າ ໃນວິວັດການປຶກສາຫາລືກ່ຽວກັບ IPEF, ຕ້ອງມຸ່ງໄປເຖິງຂອບເຂດການຮ່ວມມືທີ່ນຳມາເຊິ່ງຜົນປະໂຫຍດຢ່າງແທດຈິງໃຫ້ແກ່ປະຊາຊົນ. ຫວຽດນາມ ຈະພ້ອມກັບບັນດາປະເທດ ອາຊຽນ ແລະ ຄູ່ຮ່ວມມືທີ່ກ່ຽວຂ້ອງ ສືບຕໍ່ປຶກສາຫາລື, ເຮັດແຈ້ງເນື້ອໃນຂອງບັນດາເສົາຄ້ຳຮ່ວມມື, ນຳມາເຊິ່ງໂຄງການດຳເນີນງານເສດຖະກິດທີ່ຕັ້ງໜ້າ, ມີປະສິດທິຜົນ, ສາມາດເປັນໄປໄດ້ໃຫ້ແກ່ພາກພື້ນ ແລະ ແຕ່ລະປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ