ທ່ານນາຍົກລັດຖະມົນຕີ ຫງວຽນຊວນຝຸກ ອວຍພອນບຸນເຕັດການນຳ, ອະດີດການນຳຢູ່ເຂດພາກກາງ

(VOVWORLD) -ທ່ານນາຍົກລັດຖະມົນຕີ ຫງວຽນຊວນຝຸກ ຫວັງວ່າບັນດາທ່ານອາວຸໂສບຳນານ ຈະສືບຕໍ່ເປັນແບບຢ່າງໃນຂະບວນການແຂ່ງຂັນຮັກຊາດ, ເປັນແວ່ນແຍງ ໃຫ້ແກ່ລູກຫຼານ, ວົງຄະນາຍາດໄດ້ເດີນຕາມ, ປະກອບສ່ວນເຂົ້າໃນການພັດທະນາປະເທດຊາດ.
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຝຸກ ອວຍພອນບຸນເຕັດການນຳ, ອະດີດການນຳຢູ່ເຂດພາກກາງ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຝຸກ ກ່າວຄໍາເຫັນທີ່ການພົບປະ (ພາບ: VGP)

ວັນທີ 28 ມັງກອນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຝຸກ ພ້ອມດ້ວຍຄະນະປະຕິບັດງານຂອງລັດຖະບານ ໄດ້ລົງພົບປະຢ້ຽມຢາມ, ໃຫ້ກຳລັງໃຈການນຳ, ອະດີດການນຳ ບັນດາຄະນະພັກເຂດພາກກາງ; ການນຳກອງບັນຊາການທະຫານເຂດ V, ບັນດານາຍທະຫານ, ການນຳຂັ້ນສູງທີ່ພັກບຳນານ ຢູ່ນະຄອນດາໜັງ ພ້ອມດ້ວຍການນຳບັນດາແຂວງ, ນະຄອນ ນັບແຕ່ ເທຶອທຽນ ເຫວ້ ຈົນຮອດ ກວ໋າງງ໊າຍ. ກ່າວຄຳເຫັນທີ່ການພົບປະ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຝຸກ ສະເໜີໃຫ້ບັນດາທ້ອງຖິ່ນຜັນຂະຫຍາຍບັນດາມາດຕະການເພື່ອແນໃສ່ຮັບປະກັນສະຖຽນລະພາບດ້ານການເມືອງ - ສັງຄົມ, ຍູ້ແຮງການພັດທະນາເສດຖະກິດ, ຮ່ວມແຮງຮ່ວມໃຈວາງຄາດໝາຍ ດ້ວຍ ສູ້ຊົນຮອດປີ 2045 ນໍາ ຫວຽດນາມ ໃຫ້ກາຍເປັນປະເທດພັດທະນາ.

ເມື່ອໂອ້ລົມກັບບັນດາພະນັກງານຂັ້ນສູງ ເຊິ່ງປັດຈຸບັນໄດ້ພັກບຳນານແລ້ວນັ້ນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຝຸກ ຫວັງວ່າບັນດາທ່ານອາວຸໂສບຳນານ ຈະສືບຕໍ່ເປັນແບບຢ່າງໃນຂະບວນການແຂ່ງຂັນຮັກຊາດ, ເປັນແວ່ນແຍງ ໃຫ້ແກ່ລູກຫຼານ, ວົງຄະນາຍາດໄດ້ເດີນຕາມ, ປະກອບສ່ວນເຂົ້າໃນການພັດທະນາປະເທດຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ