ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຕ້ອນຮັບເອກອັກຄະລັດຖະທູດ ເວເນຊູເອລາ

(VOVWORLD) - ຕອນເຊົ້າວັນທີ 19 ພະຈິກ, ທີ່ສຳນັກງານລັດຖະບານ ຫວຽດນາມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ໃຫ້ການຕ້ອນຮັບທ່ານ Jorge Rondon Uzcategui ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສ.ເວເນຊູເອລາ ເຂົ້າຢ້ຽມອຳລາເນື່ອງໃນໂອກາດສິ້ນສຸດອາຍຸການປະຕິບັດງານ. 
ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຕ້ອນຮັບເອກອັກຄະລັດຖະທູດ ເວເນຊູເອລາ - ảnh 1 ທີ່ການຕ້ອນຮັບ (ພາບ: VGP)

ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ຂອບໃຈທ່ານເອກອັກຄະລັດຖະທູດ Uzcategui ທີ່ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນວຽກງານພັດທະນາການພົວພັນມິດຕະພາບ ແລະ ການຮ່ວມມືຮອບດ້ານລະຫວ່າງ 2 ປະເທດໃນເກືອບ 14 ປີຜ່ານມາ. ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຢືນຢັນວ່າ: ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນການຊຸກຍູ້ການພົວພັນກັບ ເວເນຊູເອລາ ແລະ ເຊື່ອໝັ້ນວ່າ ເຖິງວ່າດຳລົງຕຳແໜ່ງໃດກໍ່ຕາມ ທ່ານເອກອັກຄະລັດຖະທູດ ຈະສືບຕໍ່ເປັນຂົວເຊື່ອມຕໍ່ລະຫວ່າງ 2 ປະເທດ ແລະ ມີບັນດາການປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາອັນດີງາມລະຫວ່າງ ຫວຽດນາມ ແລະ ເວເນຊູເອລາ.

ຕອບກັບ

ຂ່າວ/ບົດ​ອື່ນ