ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ພົບປະກັບນັກປັນຍາຊົນ, ຊາວ ຫວຽດນາມ ອາໄສຢູ່ ຍີ່ປຸ່ນ

(VOVWORLD) - ຕອນບ່າຍວັນທີ 01 ກໍລະກົດ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ແລະ ພັນລະຍາ, ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ມີການພົບປະກັບນັກປັນຍາຊົນ, ປະຊາຄົມຊາວ ຫວຽດນາມ ອາໄສຢູ່ ຍີ່ປຸ່ນ. 
ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ພົບປະກັບນັກປັນຍາຊົນ, ຊາວ ຫວຽດນາມ ອາໄສຢູ່ ຍີ່ປຸ່ນ - ảnh 1 ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ພົບປະກັບນັກປັນຍາຊົນ, ຊາວ ຫວຽດນາມ ອາໄສຢູ່ ຍີ່ປຸ່ນ (ພາບ: VGP)

ກ່າວຄຳເຫັນນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຢືນຢັນວ່າ: ຫວຽດນາມ ຍາມໃດກໍ່ຖືນັກປັນຍາຊົນ ແລະ ປະຊາຄົມຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດເປັນສຳຄັນ ຍ້ອນວ່າມີກົກເຄົ້າເຫງົ້າກໍຮ່ວມ, ມີເຊື້ອສາຍດຽວກັນ. ເລື່ອງນັກປັນຍາຊົນ ແລະ ປະຊາຄົມຊາວ ຫວຽດນາມ ລ້ວນແຕ່ສະແດງໃຫ້ເຫັນຈິດໃຈອ່ວາຍໜ້າເມືອຫາບ້ານເກີດເມືອງນອນ, ປະກອບກຳລັງເຫື່ອແຮງໃນເງື່ອນໄຂຂອງຕົນແມ່ນຄວາມຈະເລີນຮຸ່ງເຮືອງຂອງປະເທດຊາດ.

        ທ່ານ ເຈິ່ນງອັກຟຸກ, ປະທານສະມາຄົມຊາວ ຫວຽດນາມ ອາໄສຢູ່ ຍີ່ປຸ່ນ ປາດຖະໜາວ່າ: ລັດຖະບານ ຫວຽດນາມ ຈະຊ່ວຍສ້າງເງື່ອນໄຂໃຫ້ແກ່ປະຊາຄົມຊາວ ຫວຽດນາມ ອາໄສຢູ່ ຍີ່ປຸ່ນ ພັດທະນາ, ປະກອບສ່ວມເຂົ້າໃນການສ້າງສາປະເທດຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ