ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ພົບປະກັບປະທານາທິບໍດີ ຕັດຈີກິດສະຖານ

(VOVWORLD) - ຢູ່ນອກເວທີປາໄສຂັ້ນສູງການຮ່ວມມືສາກົນ “ໜຶ່ງແລວທາງ ແລະ ໜຶ່ງເສັ້ນທາງ”, ວັນທີ 26 ເມສາ, ທີ່ ປັກກີ່ງ, ຈີນ.

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ມີການພົບປະກັບທ່ານປະທານາທິບໍດີ ຕັດຈີກິດສະຖານ Emomali Rahmon. ທີ່ການພົບປະ, ການນຳ 2 ທ່ານໄດ້ເຫັນດີເປັນເອກະພາບຕັ້ງໜ້າເພີ່ມທະວີການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ນັບທັງຂັ້ນສູງ. ບັນດາກະຊວງ, ຂະແໜງການ 2 ປະເທດຄວນປັບປຸງພື້ນຖານດ້ານນິຕິກຳ, ກວດກາຄືນ, ຊຸກຍູ້ການເຊັນບັນດາສັນຍາໃນຂົງເຂດເສດຖະກິດ, ການຄ້າ, ການລົງທຶນຄືສັນຍາຫຼີກລ້ຽງການເກັບພາສີຊ້ອນ, ສັນຍາກັກກັນພະຍາດສັດ, ພືດ…

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ພົບປະກັບປະທານາທິບໍດີ ຕັດຈີກິດສະຖານ - ảnh 1 ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ  ແລະ ທ່ານປະທານາທິບໍດີ ຕັດຈີກິດສະຖານ Emomali Rahmon (ພາບ: TTXVN)

        ເນື່ອງໃນໂອກາດນີ້, ທ່ານປະທານາທິບໍດີ ຕັດ ຕັດຈີກິດສະຖານ Emomali Rahmon ຂໍຖືເປັນກຽດຮຽນເຊີນທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ແລະ ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄປຢ້ຽມຢາມ ຕັດຈີກິດສະຖານ.

ຕອບກັບ

ຂ່າວ/ບົດ​ອື່ນ