ທ່ານ​ນາຍົກລັດຖະມົນຕີ ຫງວຽນຊວັນ​ຟ​ຸກ ສົ່ງ​ຈົດໝາຍ​ລະດົມ​ກໍາລັງ​ໃຈ​ເຖິງ​ຄະນະ​ນັກ​ກິລາ​ຫວຽດນາມ ​ເຂົ້າ​ຮ່ວມ​ງານມະຫາ​ກໍາ​ກິ​ລາ Sea Games 30

(VOVWORLD) - ຕອນຄໍ່າວັນທີ 2 ທັນວາ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ສົ່ງຈົດໝາຍອວຍພອນ ແລະ ລະດົມກໍາລັງໃຈເຖິງທ່ານ Park Hang – seo ຫົວໜ້າຄູຝຶກທິມບານເຕະຫວຽດນາມ ພ້ອມດ້ວຍຄະນະນັກກິລາຫວຽດນາມທຸກຖ້ວນໜ້າ ທີ່ພວມເຂົ້າຮ່ວມງານມະຫາກໍາກິລາ ອາຊີຕາເວັນອອກສ່ຽງໃຕ້ 2019, Sea Games 30.
ທ່ານ​ນາຍົກລັດຖະມົນຕີ ຫງວຽນຊວັນ​ຟ​ຸກ ສົ່ງ​ຈົດໝາຍ​ລະດົມ​ກໍາລັງ​ໃຈ​ເຖິງ​ຄະນະ​ນັກ​ກິລາ​ຫວຽດນາມ ​ເຂົ້າ​ຮ່ວມ​ງານມະຫາ​ກໍາ​ກິ​ລາ Sea Games 30 - ảnh 1 ຈົດໝາຍຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຝາກເຖິງຄະນະນັກກິລາຫວຽດນາມ ທີ່ເຂົ້າຮ່ວມ Sea Games 30 (ພາບ: VOV)

        ໃນຈົດໝາຍຝາກເຖິງຄູຝຶກ Park Hang – seo, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ອວຍພອນໃຫ້ທ່ານ ພ້ອມດ້ວຍຄະນະຄູຝຶກ ແລະ ທິມບານເຕະແຫ່ງຊາດຫວຽດນາມ ບັນລຸໄດ້ຜົນງານອັນໃຫຍ່ຫຼວງກວ່າອີກ ນໍາມາເຊິ່ງຄວາມພາກພູມໃຈໃຫ້ທັງປະຊາຊົນຫວຽດນາມ ແລະ ສ.ເກົາຫຼີ.

        ສ່ວນໃນຈົດໝາຍຝາກເຖິງຄະນະນັກກິລາຫວຽດນາມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຊົມເຊີຍບັນດາຜົນງານໃນເບື້ອງຕົ້ນຂອງພະນັກງານ, ຄູຝຶກ ແລະ ບັນດານັກກິລາຫວຽດນາມທຸກຄົນ ທີ່ເຂົ້າຮ່ວມ Sea Games 30 ບັນລຸໄດ້, ພິເສດແມ່ນທິມບານເຕະຍິງແຫ່ງຊາດ. ທ່ານກໍປາດຖະໜາວ່າ  ທິມບານເຕະຍິງແຫ່ງຊາດ ຈະສືບຕໍ່ກະກຽມໃຫ້ເປັນຢ່າງດີ, ສາມັກຄີກັນ, ແຂ່ງຂັນດ້ວຍສຸດຄວາມສາມາດຂອງຕົນ ແລະ ມຸ່ງໄປສູ່ການຮັກສາ ຫຼຽນຄໍາ Sea Games ຢ່າງສໍາເລັດຜົນ.

ຕອບກັບ

ຂ່າວ/ບົດ​ອື່ນ