ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ເຂົ້າຮ່ວມກອງປະຊຸມສະຫລຸບຄະນະເສດຖະກິດສູນກາງພັກ

(VOVWORLD) - ກ່າວຄຳເຫັນທີ່ກອງປະຊຸມສະຫລຸບວຽກງານປີ 2019, ຜັນຂະຫຍາຍໜ້າທີ່ວຽກງານປີ 2020 ຂອງຄະນະເສດຖະກິດສູນກາງພັກໃນຕອນເຊົ້າວັນທີ 17 ມັງກອນ ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ເນັ້ນໜັກວ່າ: ຄະນະເສດຖະກິດສູນກາງພັກໄດ້ຮ່ວມເດີນທາງພ້ອມກັບລັດຖະບານກ່ຽວກັບດ້ານເສດຖະກິດ.
ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ເຂົ້າຮ່ວມກອງປະຊຸມສະຫລຸບຄະນະເສດຖະກິດສູນກາງພັກ - ảnh 1 ກອງປະຊຸມສະຫລຸບຄະນະເສດຖະກິດສູນກາງພັກ (ພາບ: VGP)

ບັນດາໝາກຜົນຮອບດ້ານຂອງປະເທດມີການປະກອບສ່ວນສຳຄັນຂອງຄະນະເສດຖະກິດສູນກາງພັກ. ໃນນັ້ນ, ຄະນະເສດຖະກິດສູນກາງໄດ້ປະຕິບັດບົດບາດເປັນອົງການຄົ້ນຄວ້າ, ເສນາທິການຂັ້ນຍຸດທະສາດ, ສະເໜີຕໍ່ກົມການເມືອງປະກາດໃຊ້ບັນດາແຜນນະໂຍບາຍ, ນະໂຍບາຍໃຫຍ່, ສຳຄັນກ່ຽວກັບເສດຖະກິດສັງຄົມເປັນຢ່າງດີ. ໃນສະພາບການພາກພື້ນ, ໂລກຄາດເດົາວ່າ ຈະສືບຕໍ່ມີການຜັນແປຍາກທີ່ຈະຄາດຄະເນລ່ວງໜ້າໄດ້, ບັນດາສິ່ງທ້າທາຍ ແລະ ຄວາມສະດວກຕໍ່ການພັດທະນາຂອງປະເທດຊາດໃນໄລຍະຈະມາເຖິງ, ທ່ານນາຍົກລັດຖະມົນຕີຖືວ່າ: ຄະນະເສດຖະກິດພ້ອມກັບບັນດາກະຊວງ, ຄະນະ, ຂະແໜງການ ແລະ ລັດຖະບານຄວນມີຄວາມສາມັກຄີ ພ້ອມກັນຜ່ານຜ່າຄວາມຫຍຸ້ງຍາກ, ສົມທົບກັນໃຫ້ດີກ່ວາອີກ ເພື່ອນຳປະເທດຊາດພັດທະນາ.

ຕອບກັບ

ຂ່າວ/ບົດ​ອື່ນ