ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວັນ​ຟຸກ ເຂົ້າ​ຮ່ວມ​ພ​ິ​ທີ​ສະ​ເຫຼີມ​ສະຫຼອງ 60ປີ​ແຫ່ງວັນ​ສ້າງ​ຕັ້ງ​ຂະ​ແໜງໄອ​ຍະການ​ປະ​ຊາ​ຊົນ

(VOVWORLD) -ຕອນເຊົ້າວັນທີ 24 ກໍລະກົດ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ເຂົ້າຮ່ວມພິທີສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຂະແໜງໄອຍະການປະຊາຊົນ (26 ກໍລະກົດ 1960 – 26 ກໍລະກົດ 2020) ແລະ ກອງປະຊຸມໃຫຍ່ການແຂ່ງຂັນຮັກຊາດຄັ້ງທີ VI.
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວັນ​ຟຸກ ເຂົ້າ​ຮ່ວມ​ພ​ິ​ທີ​ສະ​ເຫຼີມ​ສະຫຼອງ 60ປີ​ແຫ່ງວັນ​ສ້າງ​ຕັ້ງ​ຂະ​ແໜງໄອ​ຍະການ​ປະ​ຊາ​ຊົນ - ảnh 1ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ກ່າວຄຳເຫັນທີ່ພິທີ (ພາບ: cand.com.vn

ຕາມອົງການໄອຍະການປະຊາຊົນແລ້ວ, ເລື່ອງສະພາແຫ່ງຊາດຕົກລົງມອບໝາຍໃຫ້ອົງການໄອຍະການປະຊາຊົນສືບຕໍ່ປະຕິບັດ 2 ພາລະບົບບາດນັ້ນແມ່ນປະຕິບັດສິດດຳເນີນຄະດີ ແລະ ຄວບຄຸມການດຳເນີນຄະດີຕົ້ນຕໍ. ບົນພື້ນຖານດັ່ງກ່າວ, ທົ່ວຂະແໜງໄອຍະການປະຊາຊົນໄດ້ຊາບຊຶມ, ປະຕິບັດບັນດາມະຕິຂອງສະພາແຫ່ງຊາດວ່າດ້ວຍວຽກງານຕໍ່ສູ້ປ້ອງກັນ, ຕ້ານການລະເມີດກົດໝາຍ ແລະ ອາດຊະຍາກຳຢ່າງເຂັ້ມງວດ, ມານະພະຍາຍາມຜັນຂະຫຍາຍ, ປະຕິບັດຫຼາຍມາດຕະການຢ່າງຂ້ຽວຂາດ, ຄົບຊຸດ, ສ້າງການຜັນປ່ຽນທີ່ຕັ້ງໜ້າໃນທຸກໆວຽກງານ, ປະຕິບັດສຳເລັດໜ້າທີ່, ວຽກງານຄາດໝາຍທີ່ສະພາແຫ່ງຊາດມອບໝາຍໃຫ້. ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ສະເໜີວ່າ

        “ພະນັກງານ, ລັດຖະກອນຂະແໜງໄອຍະການ ຄວນຍົກສູງຄວາມຮັບຜິດຊອບ, ຄຸນນະທາດໃນວຽກງານຕໍ່ສູ້, ປ້ອງກັນ, ຕ້ານການສໍ້ລາດບັງຫລວງ ປະກອບສ່ວນສ້າງສະພາບແວດລ້ອມໃຫ້ປອດໃສ ເພື່ອພັດທະນາເສດຖະກິດ. ປະຕິບັດພາລະໜ້າທີ່ສິດດຳເນີນຄະດີ, ໄຕ່ສວນ ແລະ ການເຄື່ອນໄຫວຕຸລາການຂອງອົງການໄອຍະການປະຊາຊົນຢ່າງມີປະສິດທິພາບ ແລະ ປະສິດທິຜົນ. ອົງການໄອຍະການປະຊາຊົນ ຕ້ອງເປັນເຄື່ອງມືທີ່ແຫຼມຄົມຂອງພັກ ໃນວຽກງານຕໍ່ສູ້, ກວດພົບອາດຊະຍາກອນສໍ້ລາດບັງຫລວງຢ່າງແທ້ຈິງ ປະກອບສ່ວນປົກປ້ອງພັກ, ປົກປ້ອງລະບອບ, ປັບປຸງຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນ; ສືບຕໍ່ເສີມຂະຫຍາຍຄວາມຮັບຜິດຊອບ, ປະສິດທິຜົນຂອງອົງການໄອຍະການປະຊາຊົນສູງສຸດ ປະກອບສ່ວນເຮັດໃຫ້ການເຄື່ອນໄຫວດ້ານຕຸລາການມີຄວາມປອດໃສ.

ບັນດາໝາກຜົນໃນການປະຕິບັດວຽກງານຂອງຂະແໜງໄອຍະການປະຊາຊົນໄດ້ປະກອບສ່ວນຮັກສາຄວາມໝັ້ນຄົງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພທາງສັງຄົມ, ປົກປ້ອງສິດທິມະນຸດ, ສິດພົນລະເມືອງ, ສືບຕໍ່ຢັ້ງຢືນຄວາມໄວ້ເນື້ອເຊື່ອໃຈຂອງພັກ, ລັດ ແລະ ປະຊາຊົນທີ່ມີຕໍ່ບັນດາອົງການຕຸລາການໃນວິວັດແຫ່ງການສ້າງສາ ແລະ ພັດທະນາປະເທດຊາດຕື່ມອີກ.

ຕອບກັບ

ຂ່າວ/ບົດ​ອື່ນ