ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວັນ​ຟຸກ ເປັນ​ປະ​ທານ​ເວ​ທີ​ປາ​ໄສ​ຍົກ​ສູງ​ທັກສະ​ການ​ອອກ​ແຮງ​ງານ​ຫວຽດ​ນາມ

(VOVWORLD) - ຕອນເຊົ້າວັນທີ 16 ພະຈິກ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ເປັນປະທານເວທີປາໄສຍົກສູງທັກສະການອອກແຮງງານຫວຽດນາມດ້ວຍຫົວຂໍ້ “ວິສາຫະກິດຮ່ວມເດີນທາງປ່ຽນແປງໃໝ່ ແລະ ຍົກສູງຄຸນນະພາບການສຶກສາວິຊາຊີບ”. 
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວັນ​ຟຸກ ເປັນ​ປະ​ທານ​ເວ​ທີ​ປາ​ໄສ​ຍົກ​ສູງ​ທັກສະ​ການ​ອອກ​ແຮງ​ງານ​ຫວຽດ​ນາມ - ảnh 1

ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ເປັນປະທານເວທີປາໄສຍົກສູງສີມືແຮງງານຫວຽດນາມ

(ພາບ: TTXVN)

ເວທີປາໄສເພື່ອແນໃສ່ຢັ້ງຢືນວິໄສທັດ ແລະ ຄາດຫວັງໃນການກະກຽມແຫຼ່ງຊັບພະຍາກອນມະນຸດທີ່ມີຄວາມຮູ້, ທັກສະ, ປະກອບສ່ວນຍົກສູງສະມັດຕະພາບແຮງງານ, ຍົກສູງກຳລັງຄວາມສາມາດໃນການແກ້ງແຍ້ງ, ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງການປະຕິວັດອຸດສາຫະກຳ 4.0 ແລະ ເຊື່ອມໂຍງເຂົ້າກັບສາກົນ. ກ່າວຄຳເຫັນທີ່ເວທີປາໄສ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ເນັ້ນໜັກວ່າ ຍົກສູງສະມັດຕະພາບ, ຄຸນນະພາບຂອງກຳລັງແຮງງານມີບົດບາດສຳຄັນໃນການປັບປຸງລະດັບຄວາມໄວຂອງການເຕີບໂຕ ແລະ ຄວາມມານະພະຍາຍາມສ້າງໂຄງປະກອບເສດຖະກິດຄືນໃໝ່. ທ່ານກ່າວວ່າ:

        ທັກສະອາຊີບແມ່ນບັນຫາໃຫຍ່ຂອງທົ່ວໂລກ, ພິເສດແມ່ນບັນດາປະເທດພວມພັດທະນາຄື ຫວຽດນາມ. ຂ້າພະເຈົ້າໄດ້ເວົ້າຫຼາຍເທື່ອແລ້ວກ່ຽວກັບກົນໄກ 3 ຝ່າຍ ລັດ, ໂຮງຮຽນ ແລະ ວິສາຫະກິດ ແຕ່ບົດບາດ ຂອງວິສາຫະກິດ, ຍັງບໍ່ທັນໄດ້ເວົ້າເຖິງການປະກອບສ່ວນເຂົ້າການເຕີບໂຕ ແລະ ຍັງມີບົດບາດການຖ່າຍທອດເຕັກໂນໂລຢີຜ່ານຜູ້ອອກແຮງງານຕື່ມອີກ. ຄວາມຈິງສະແດງໃຫ້ເຫັນວ່າ ອັດຕາແຮງງານທີ່ໄດ້ຮັບການບຳລຸງສ້າງຍັງຕ່ຳ, ຕ້ອງໄດ້ແກ້ໄຂ. ທີ 2 ແມ່ນໂຄງປະກອບຂອງແຮງງານຍັງຕ່ຳ. ຖ້າພວກເຮົາບຳລຸງສ້າງແຮງງານໃຫ້ເປັນຢ່າງດີນັ້ນທຸກໆບັນຫານີ້ຈະໄດ້ຮັບການແກ້ໄຂເປັນຢ່າງດີ.

        ທີ່ເວທີປາໄສ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ພ້ອມກັບການນຳບາງກະຊວງ, ຂະແໜງການ, ວິສາຫະກິດ ພ້ອມກັນປະຕິບັດພິທີການ ວິສາຫະກິດຮ່ວມເດີນທາງກັບ ການສຶກສາວິຊາຊີບ.

ຕອບກັບ

ຂ່າວ/ບົດ​ອື່ນ