ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຮັດວຽກກັບແຂວງ ກອນຕູມ

(VOVWORLD) -  ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັ້ນໜັກເຖິງຈຸດພິເສດຂອງແຂວງ ກອນຕູມ ເຊິ່ງເປັນທ້ອງຖິ່ນທີ່ມີພໍ່ແມ່ປະຊາຊົນ ເຜົ່າສ່ວນໜ້ອຍຮ່ວມດຳລົງຊີວິດຢູ່ຮ່ວມກັນເປັນສ່ວນຫຼາຍ
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຮັດວຽກກັບແຂວງ ກອນຕູມ - ảnh 1 ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຮັດວຽກກັບແຂວງ ກອນຕູມ

 ຕອນບ່າຍວັນທີ 5 ກັນຍາ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ແລະ ຄະນະປະຕິບັດງານຂອງລັດຖະບານ ໄດ້ລົງເຮັດວຽກກັບການນຳຫຼັກແຫຼ່ງຂອງແຂວງ ກອນຕູມ, ເຊິ່ງເປັນທ້ອງຖິ່ນຕັ້ງຢູ່ທາງທິດເໜືອຂອງເຂດໄຕງວຽນ ດ້ວຍ 28 ຊົນເຜົ່າດຳລົງຊີວິດຢູ່ຮ່ວມກັນ. ທີ່ການເຮັດວຽກ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັ້ນໜັກເຖິງຈຸດພິເສດຂອງແຂວງ ກອນຕູມ ເຊິ່ງເປັນທ້ອງຖິ່ນທີ່ມີພໍ່ແມ່ປະຊາຊົນ ເຜົ່າສ່ວນໜ້ອຍຮ່ວມດຳລົງຊີວິດຢູ່ຮ່ວມກັນເປັນສ່ວນຫຼາຍ. ສະນັ້ນ, ຮຽກຮ້ອງໃຫ້ຮັກສາ, ເສີມຂະຫຍາຍນ້ຳໃຈສາມັກຄີ, ຄວາມຫຼາກຫຼາຍທາງດ້ານວັດທະນະທຳ ຂອງບັນດາຊົນເຜົ່າ ຍາມໃດກໍ່ຕ້ອງເອົາໃຈໃສ່.

ເມື່ອຕີລາຄາ ກ່ຽວກັບໝາກຜົນການພັດທະນາເສດຖະກິດ ສັງຄົມຂອງທ້ອງຖິ່ນ, ທ່ານນາຍົກລັດຖະມົນຕີ ຖືວ່າ ດ້ວຍບັນດາໂຄງການປູກ ໂສມ ງັອກລິງ ຂອງຫວຽດນາມ, ກອນຕູມ ບັນລຸໄດ້ຜົນງານໃນເບື້ອງຕົ້ນບົນເສັ້ນທາງພັດທະນາ ປະເພດສະໜຸນໄພຫາຍາກ ແລະ ມີມູນຄ່າທາງເສດຖະກິດສູງນີ້ ຕິດພັນກັບບັນດາບັນຫາກ່ຽວກັບ “ແຜນພັດທະນາປະເທດຊາດ ແລະ ຍົກສູງຊີວິດການເປັນຢູ່ຂອງປະຊາຊົນ” ຢູ່ທ້ອງຖິ່ນ. ກ່ຽວກັບພາລະໜ້າທີ່, ວິທີການພັດທະນາເສດຖະກິດສັງຄົມຢູ່ແຂວງ ກອນຕູມ, ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ແຂວງສຸມໃສ່ການຊອກຫາແຫຼ່ງກຳລັງຮັບປະກັນຄຸນນະພາບການເຕີບໂຕແບບຍືນຍົງ, ໂດຍສະເພາະແມ່ນດ້ານຄົມມະນາຄົມ, ຊົນລະປະທານ. ຄຽງຄູ່ກັນນັ້ນ, ແຂວງຄວນເສີມຂະຫຍາຍຄວາມສາມາດບົ່ມຊ້ອນທີ່ມີຢູ່ແລ້ວ ໂດຍອີງໃສ່ບັນດາເສົາຄ້ຳ:  ພັດທະນາປ່າແບບຍືນຍົງ, ຍົກສູງສະມັດຕະພາບປ່າຕິດພັນກັບການປູກຕົ້ນສະໝຸນໄພຢູ່ຕີນປ່າ; ພັດທະນາກະສິກຳປອດສານພິດ, ເຕັກໂນໂລຊີສູງທີ່ມີ ຫຼາຍພາລະບົດບາດ; ພັດທະນາອຸດສາຫະກຳພະລັງງານ, ປຸງແຕ່ງຢູ່ລະດັບສູງ; ພັດທະນາເສດຖະກິດດ່ານຊາຍແດນ, ການທ່ອງທ່ຽວ…

ຕອບກັບ

ຂ່າວ/ບົດ​ອື່ນ