ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໂອ້ລົມທາງໂທລະສັບກັບທ່ານນາຍົກລັດຖະມົນຕີ ອົດສະຕາລີ

(VOVWORLD) -  ຕອນບ່າຍວັນທີ 09 ເມສາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ໂອ້ລົມທາງໂທລະສັບກັບທ່ານນາຍົກລັດຖະມົນຕີ ອົດສະຕາລີ Scott Morrison ເພື່ອແລກປ່ຽນກ່ຽວກັບການຮ່ວມມື 2 ຝ່າຍ ແລະ ພາກພື້ນໃນສະພາບການໂລກລະບາດໂຄວິດ-19.

        ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ອັບເດັດສະພາບການ, ແບ່ງປັນບົດຮຽນຂອງ ຫວຽດນາມ ໃນການຄວບຄຸມໂລກລະບາດໂຄວິດ-19 ແລະ ບັນດາໝາກຜົນຕັ້ງໜ້າທີ່ບັນລຸໄດ້. ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ກໍ່ຢັ້ງຢືນວ່າ: ຫວຽດນາມ ພ້ອມແລ້ວທີ່ຈະໜູນຊ່ວຍ ອົດສະຕາລີ ໃນຄວາມສາມາດຂອງຕົນ, ໃນນັ້ນມີເລື່ອງສະໜອງວັດຖຸອຸປະກອນການແພດປ້ອງກັນໂລກລະບາດ ກໍ່ຄືສິ່ງທີ່ຈຳເປັນອື່ນໆ ເຊິ່ງອົດສະຕາລີ ມີຄວາມຕ້ອງການ. ທ່ານ ຫງວຽນຊວັນຟຸກ ສະເໜີລັດຖະບານ ແລະ ບັນດາອົງການທີ່ກ່ຽວຂ້ອງຂອງ ອົດສະຕາລີ ເອົາໃຈໃສ່, ສ້າງເງື່ອນໄຂສະດວກໃຫ້ແກ່ນັກຮຽນ ຫວຽດນາມ ມີຄວາມອຸ່ນອ່ຽນໃຈສືບຕໍ່ຮ່ຳຮຽນຢູ່ ອົດສະຕາລີ.

        ສ່ວນທ່ານນາຍົກລັດຖະມົນຕີ ອົດສະຕາລີ Scott Morrison ປາດຖະໜາຢາກໃຫ້ ຫວຽດນາມ ຮັກສາການຜະລິດ ແລະ ສົ່ງອອກບັນດາປະເພດສິນຄ້າທີ່ຈຳເປັນ ໃນສະພາບການຜະລິດ ແລະ ການຄ້າສາກົນຖືກຜົນສະທ້ອນຢ່າງຮ້າຍແຮງຈາກໂລກລະບາດໂຄວິດ-19. ທ່ານນາຍົກລັດຖະມົນຕີ Scott Morrison ກໍ່ຢັ້ງຢືນວ່າ ລັດຖະບານ ອົດສະຕາລີ ຈະສ້າງເງື່ອນໄຂສະດວກໃຫ້ແກ່ນັກສຶກສາ ຫວຽດນາມ ສືບຕໍ່ຮ່ຳຮຽນຢູ່ ອົດສະຕາລີ ເປັນປົກກະຕິ.

ຕອບກັບ

ຂ່າວ/ບົດ​ອື່ນ