ທ່​ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວັນ​ຟຸກ​ຍົກ​ອອກ 4 ຄຳ​ຮຽກ​ຮ້ອງ​ຕໍ່​ພື້ນ​ຖານ​ເສດ​ຖະ​ກິດໃນ​ໄລ​ຍະ 6 ເດືອນ​ທ້າຍ​ປີ

(VOVWORLD) -ຕອນເຊົ້າວັນທີ 1 ກໍລະກົດ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ, ຫົວໜ້າຄະນະຊີ້ນຳການບໍລິຫານລາຄາແຫ່ງຊາດ, ໄດ້ເປັນປະທານກອງປະຊຸມຄະນະຊີ້ນຳ, ຕີລາຄາກ່ຽວກັບວຽກງານບໍລິຫານລາຄາໄລຍະ 6 ເດືອນຕົ້ນປີ, ມາດຕະການຂອງໄລຍະ 6 ເດືອນທ້າຍປີ, ຕັດສິນໃຈປະຕິບັດບັນດາເປົ້າໝາຍທີ່ໄດ້ວາງອອກ.
ທ່​ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວັນ​ຟຸກ​ຍົກ​ອອກ 4 ຄຳ​ຮຽກ​ຮ້ອງ​ຕໍ່​ພື້ນ​ຖານ​ເສດ​ຖະ​ກິດໃນ​ໄລ​ຍະ 6 ເດືອນ​ທ້າຍ​ປີ - ảnh 1ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກກ່າວຄຳເຫັນທື່ກອງປະຊຸມ (ພາບ: VGP)

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ເນ້ັນໜັກວ່າ ເຖິງວ່າມີຫຼາຍປັດໄຈກະທົບທັງຢູ່ພາຍໃນ ແລະ ພາຍນອກກໍ່ຕາມ, ແຕ່ລັດຖະບານໄດ້ຕັດສິນໃຈຄວບຄຸມດັດຊະນີລາຄາຊົມໃຊ້ບໍ່ເກີນ 4%ຄືດັ່ງມະຕິສະພາແຫ່ງຊາດມອບໝາຍໃຫ້. ທ່ານນາຍົກລັດຖະມົນຕີ ໄດ້ຕີລາຄາວ່າ ເລື່ອງຄວບຄຸມໂລກລະບາດ Covid – 19 ໄດ້ໂດຍໄວ ພ້ອມກັບການທີ່ລັດຖະບານມີບັນດາມາດຕະການຊຸກຍູ້, ກະຕຸ້ນພາຍໃນປະເທດໄດ້ສ້າງເງື່ອນໄຂໃຫ້ແກ່ເສດຖະກິດພັດທະນາ. ທ່ານກ່າວວ່າ:

        ທີໜຶ່ງ, ປະຕິບັດເປົ້າໝາຍເຕີບໂຕຢູ່ລະດັບສູງທີ່ສຸດທີ່ສາມາດປະຕິບັດໄດ້ ແລະ ລັດຖະບານຈະສູ້ຊົນບັນລຸການເຕີບໂຕຢູ່ລະດັບ 4 %. ທີ 2 ແມ່ນຮັບປະກັນການໜູນຊ່ວຍສັງຄົມ ແລະຕ້ານການວ່າງງານ. ນີ້ແມ່ນກາລະໂອກາດເພື່ອໃຫ້ພວກເຮົາເພີ່ມທະວີວຽກງານບຳລຸງສ້າງອາຊີບ, ສ້າງໂຄງປະກອບບຳລຸງສ້າງແຮງງານຄືນໃໝ່. ທີ 3, ຕັ້ງເປົ້າໝາຍຄວບຄຸມດັດຊະນີລາຄາໃຊ້ສອຍບໍ່ເກີນ 4%. ທີ4ແມ່ນຮັບປະກັນບັນດາຄວາມສົມດູນໃຫຍ່ຂອງພື້ນຖານເສດຖະກິດ.

ຕອບກັບ

ຂ່າວ/ບົດ​ອື່ນ