ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວັນ​ຟຸກ​ເຂົ້າ​ຮ່ວມກອງ​ປະ​ຊຸ​ມ​ທາ​ງ​ອອນ​ລາຍ​ທົ່ວ​ປະ​ເທດ​ລະ​ຫວ່າງ​ລັດ​ຖະ​ບານ ແລະ ບັນ​ດາ​ທ້ອ​ງ​ຖິ່ນ

(VOVWORLD) -ວັນທີ 2 ກໍລະກົດ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ເຂົ້າຮ່ວມກອງປະຊຸມທາງອອນລາຍທົ່ວປະເທດລະຫວ່າງ ລັດຖະບານ ກັບບັນດາທ້ອງຖິ່ນ ເພື່ອປຶກສາຫາລືບັນດາແຜນການ, ມາດຕະການເພື່ອປະຕິບັດເປົ້າໝາຍຄວບຄູ່ໃນ 6 ເດືອນຍັງເຫຼືອຂອງປີ 2020, ສືບຕໍ່ຮັກສາທ່າເຕີບໂຕ, ບໍ່ປະໃຫ້ພື້ນຖານເສດຖະກິດຖືກລົ້ມລະລາຍ…
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວັນ​ຟຸກ​ເຂົ້າ​ຮ່ວມກອງ​ປະ​ຊຸ​ມ​ທາ​ງ​ອອນ​ລາຍ​ທົ່ວ​ປະ​ເທດ​ລະ​ຫວ່າງ​ລັດ​ຖະ​ບານ ແລະ ບັນ​ດາ​ທ້ອ​ງ​ຖິ່ນ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ເຂົ້າຮ່ວມກອງປະຊຸມທາງອອນລາຍທົ່ວປະເທດລະຫວ່າງ ລັດຖະບານ ກັບບັນດາທ້ອງຖິ່ນ (ພາບ: VGP)

ກ່າວຄຳເຫັນໄຂກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ເນັ້ນໜັກວ່າ ຍ້ອນການຜັນແປຢ່າງສັບສົນຂອງໂລກລະບາດ Covid – 19, ຫວຽດນາມໄດ້ຮັບຜົນກະທົບຫຼາຍຢ່າງເມື່ອອັດຕາການເຕີບໂຕ GDP ໃນໄຕມາດ II ເພີ່ມຂຶ້ນ 0,36%, 6ເດືອນຕົ້ນປີແມ່ນເພີ່ມຂຶ້ນ 1,81%. ນີ້ແມ່ນລະດັບເຕີບໂຕຕ່ຳສຸດໃນ ໄລຍະ 10 ປີທີ່ຜ່ານມາແຕ່ພັດແມ່ນໜຶ່ງໃນຈຳນວນໜ້ອຍປະເທດທີ່ບັນລຸໄດ້ລະດັບການເຕີບໂຕເປັນບວກ. ທ່ານກ່າວວ່າ:

ຄາດວ່າສະພາບການຍັງຈະຫຍຸ້ງຍາກທີ່ສຸດ. ໃນສະພາບການນັ້ນ, ພວກເຮົາຕ້ອງມີນະໂຍບາຍພິເສດ, ກອງປະຊຸມຕ້ອງມີການວາງແຜນ, ມີແຜນນະໂຍບາຍຮັບມືຢ່າງລະອຽດ, ກຳນົດ 2ເປົ້າໝາຍຄວບຄູ່, ເພື່ອບໍ່ປະໃຫ້ໂລກລະບາດ Covid ແຜ່ລະບາດຄືນໃໝ່ ແລະ ພັດທະນາເສດຖະກິດ ຮັບປະກັນການເຕີບໂຕ. ເພື່ອປະຕິບັດໄດ້ເປົ້າໝາຍນີ້, ຮຽກຮ້ອງຕ້ອງຮັກສາເນື້ອໃນຈິດໃຈສາມັກຄີ, ການຮ່ວມມື, ການຕັດສິນໃຈຜ່ານຜ່າຄວາມຫຍຸ້ງຍາກ.

ກ່າວຄຳເຫັນສະຫລຸບກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກຮຽກຮ້ອງ ຄວນສຸມໃສ່ປະຕິບັດມາດຕະການຕ່າງໆເພື່ອຟື້ນຟູເສດຖະກິດ.  ຕໍ່ຫນ້າສະພາບການຂອງໂລກ ສືບຕໍ່ມີການຜັນແປຢ່າງສັບສົນ, ສະນັ້ນ ຫວຽດນາມຕ້ອງຕິດຕາມເພື່ອປ້ອງກັນໂລກລະບາດ ແຕ່ກໍ່ຕ້ອງກຳແຫນ້ນກາລະໂອກາດເພື່ອໃຫ້ລັດຖະບານມີນະໂຍບາຍທັນການ ເພື່ອຟື້ນຟູເສດຖະກິດ.

"ເດັດດ່ຽວບໍ່ປະໃຫ້ໂລກລະບາດເກີດຂຶ້ນຄືນໃຫມ່. ປະຕິບັດບັນດາມາດຕະການຟື້ນຟູເສດຖະກິດ,ບຸລິມະສິດບັນດາມາດຕະການພັດທະນາການດຳເນີນທຸລະກິດ,ສ້າງວຽກເຮັດງານທຳ, ພັດທະນາເສດຖະກິດພາກເອກະຊົນ.ຫນູນຊ່ວຍວິສາຫະກິດຢ່າງມີປະສິດທິຜົນ.

ຕອບກັບ

ຂ່າວ/ບົດ​ອື່ນ