ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກໂອ້ລົມທາງໂທລະສັບກັບນາຍົກລັດຖະມົນຕີໂຮນລັງ Mark Rutte

(VOVWORLD) -2 ຝ່າຍເຊື່ອໝັ້ນວ່າ, ເລື່ອງສັນຍາການຄ້າເສລີລະຫວ່າງສະຫະພາບເອີລົບ ກັບຫວຽດນາມ (EVFTA) ເລີ່ມມີຜົນສັກສິດນັບແຕ່ເດືອນ ສິງຫາ 2020 ຈະແມ່ນກຳລັງໜູນສ້າງກາລະໂອກາດຢ່າງໃຫຍ່ຫຼວງໃຫ້ແກ່ບັນດາວິສາຫະກິດຫວຽດນາມ ແລະ ໂຮນລັງ ເປີດກວ້າງການພົວພັນຮ່ວມມື.
ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກໂອ້ລົມທາງໂທລະສັບກັບນາຍົກລັດຖະມົນຕີໂຮນລັງ Mark Rutte - ảnh 1ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກໂອ້ລົມທາງໂທລະສັບກັບນາຍົກລັດຖະມົນຕີໂຮນລັງ Mark Rutte (ພາບ: VTV) 

ທີ່ການໂອ້ລົມສົນທະນາທາງໂທລະສັບໃນຕອນບ່າຍວັນທີ 30 ພະຈິກ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ແລະ ທ່ານນາຍົກລັດຖະມົນຕີໂຮນລັງ Mark Rutte ໄດ້ສະແດງຄວາມເພິງພໍໃຈກ່ຽວກັບການພັດທະນາຂອງການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງ 2 ປະເທດ, ນັບທັງທາງດ້ານການເມືອງ-ການທູດ, ເສດຖະກິດ, ກໍຄືຮ່ວມມືໃນບັນດາຂົງເຂດກະສິກຳ ແລະ ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ. 2 ຝ່າຍເຊື່ອໝັ້ນວ່າ, ເລື່ອງສັນຍາການຄ້າເສລີລະຫວ່າງສະຫະພາບເອີລົບ ກັບຫວຽດນາມ (EVFTA) ເລີ່ມມີຜົນສັກສິດນັບແຕ່ເດືອນ ສິງຫາ 2020 ຈະແມ່ນກຳລັງໜູນສ້າງກາລະໂອກາດຢ່າງໃຫຍ່ຫຼວງໃຫ້ແກ່ບັນດາວິສາຫະກິດຫວຽດນາມ ແລະ ໂຮນລັງ ເປີດກວ້າງການພົວພັນຮ່ວມມື.

ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຢືນຢັນວ່າ, ຫວຽດນາມ ພ້ອມແລ້ວທີ່ຈະສົມທົບກັບບັນດາປະເທດໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ-19, ພ້ອມກັບສົມທົບກັນຊຸກຍູ້ການແລກປ່ຽນການຄ້າ, ການໄປມາ ແລະ ຟື້ນຟູພື້ນຖານເສດຖະກິດຄືນໃໝ່.

ສ່ວນທ່ານນາຍົກລັດຖະມົນຕີ Mark Rutte ຕີລາຄາສູງບັນດາມາດຕະການ ແລະ ຄວາມມານະພະຍາຍາມ, ຄວາມຕັດສິນໃຈຂອງຫວຽດນາມ ໃນວຽກງານຄວບຄຸ້ມສະພາບການ, ປ້ອງກັນ, ຕ້ານການແຜ່ລະບາດຂອງໂລກລະບາດ.

ຕອບກັບ

ຂ່າວ/ບົດ​ອື່ນ