ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ພົບປະກັບລັດຖະມົນຕີ ການຕ່າງປະເທດອາເມລິກາ

ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ພົບປະກັບລັດຖະມົນຕີ ການຕ່າງປະເທດອາເມລິກາ - ảnh 1
ທ່ານ​ນາຍົກລັດຖະມົນຕີ ​ຫງວຽນ​ເຕີນ​ຢຸງ
ພົບປະກັບ​ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ
(ພາບ: sggp.org.vn)


(vovworld) - ຢູ່​ນິວຢອກ ​ແຫ່ງ​ປະ​ເທດ​ອາ​ເມ​ລິ​ກາ, ທີ່​ການຕ້ອນຮັບ​ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ John Kerry, ທ່ານ​ນາຍົກລັດຖະມົນຕີ ​ຫງວຽນ​ເຕີນ​ຢຸງ ​ໄດ້​ແລກປ່ຽນບັນດາມາດ​ຕະການ​ເພື່ອ​ຊຸກຍູ້ການ​ພົວພັນ​ຄູ່​ຮ່ວມ​ມືຮອບດ້ານ​ລະຫວ່າງ 2 ປະ​ເທດ​ໃນ​ໄລຍະ​ຈະ​ມາ​ເຖິງ. ທ່ານ​ລັດຖະມົນຕີ​ກາ​ນຕ່າງປະ​ເທດ​ອາ​ເມ​ລິ​ກາ John Kerry ຢືນຢັນ​ວ່າ ທ່ານ​ປະທານາທິບໍດີ​ອາ​ເມ​ລິ​ກາ ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ບັນດາ​ການ​ພັດທະນາ​ໃນ​ການ​ພົວພັນ​ລະຫວ່າງ​ຫວຽດນາມ - ອາ​ເມ​ລິ​ກາ, ພ້ອມ​ທັງ​​ສະ​ແດງ​ຄວາມຂອບ​ໃຈ​ຫວຽດນາມ ທີ່​ໄດ້​ໃຫ້​ຄຳ​ໝັ້ນ​ສັນຍາ​ຢ່າງ​ແຮງ ​ແລະ ມານະ​ພະຍາຍາມ​ໃນ​ວິວັດ​ການ​ເຈລະ​ຈາ​ສັນຍາ​ຄູ່​ຮ່ວມ​ມື​ຂ້າມ​ປາຊີ​ຝີ​ກ (TPP) ຢ່າງ​ຕັ້ງໜ້າ, ພິ​ເສດ​ທີ່​ຮອບ​ເຈລະຈາ​ໃນ​ໄລຍະ​ມໍ່ໆ​ມາ​ນີ້​ຢູ່​ປະ​ເທດ​ບຣຸ​ໄນ, ຫວັງ​ວ່າ​ສັນຍາ​ດັ່ງກ່າວ​ຈະ​ໄດ້​ຮັບ​ການ​ລົງ​ນາມ​ໂດຍ​ໄວ. ສ່ວນ​ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ສະ​ເໜີ​ໃຫ້​ຝ່າຍ​ອາ​ເມ​ລິ​ກາ ຫຼຸດຜ່ອນ​ຮົ້ວ​ກີດຂວາງ​ໃນ​ການ​ພົວພັນ​ການ​ຄ້າ​ລະຫວ່າງ 2 ປະ​ເທດ, ຮັບ​ຮູ້​ຫວຽ​ດນາມ ມີ​ພື້ນຖານ​ເສດຖະກິດ​ການ​ຕະຫຼສດ​ໂດຍ​ໄວ. ກ່ຽວ​ກັບ​ບັນດາ​ສິດທິ​ມະນຸດ, ທ່ານ​ນາຍົກລັດ​ຖະມົນຕີ​ຖື​ວ່າ ​ໃນ​ໄລຍະ​ຜ່ານ​ມາ, ຫວຽດນາມ ​ໄດ້​ມີ​ກົນ​ໄກ​ເຈລະຈາ ​ແລະ ​ແກ້​ໄຂ​ບົນ​ພື້ນຖານ​ຮ່ວມ​ມື, ກໍ່ສ້າງ ​ແລະ ​ເຂົ້າ​ໃຈຊຶ່ງ​ກັນ ​ແລະ ກັນ, ບໍ່​ປະໃຫ້​ບັນຫາ​ນີ້​ກາຍ​ເປັນ​ຮົ້ວ​ກີດ​ຂວາ​ງ​ແກ່​ການ​ພົວພັນ​ລະຫວ່າງ 2 ປະ​ເທດ.
ຂ່າວ/ບົດ​ອື່ນ