ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ເຂົ້າຮ່ວມກອງປະຊຸມຂອງສະມັດຊາໃຫຍ່ສະຫະປະຊາຊາດ

ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ເຂົ້າຮ່ວມກອງປະຊຸມຂອງສະມັດຊາໃຫຍ່ສະຫະປະຊາຊາດ - ảnh 1
ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ
ເຂົ້າ​ຮ່ວມ​ກອງ​ປະຊຸມ​ປຶກສາ​ຫາລື​ຂັ້ນ​ສູງ​ຂອງສະມັດ​ຊາ​ໃຫຍ່​ສປຊ ຊຸດ​ທີ 68
(ພາບປະກອບ)

(vovworld) – ​ຕອນ​ເຊົ້າ​ວັນ​ທີ 28 ກັນຍາ,​ ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ເຕີນ​ຢຸງ ​ແລະ ພັນ​ລະ​ຍາ ພ້ອມ​ກັບ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ຫວຽດນາມ ​ເດີນ​ທາງ​ອອກ​ຈາກ​ນິວຢອກ ກັບ​ເມືອ​ປະ​ເທດ, ສິ້ນ​ສຸດ​ການ​ຢ້ຽມຢາມ​ສ.ຝລັ່ງ ​ແລະ ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ປຶກສາ​ຫາລື​ຂັ້ນ​ສູງ​ຂອງສະມັດ​ຊາ​ໃຫຍ່​ສະ​ຫະປະຊາ​ຊາດຊຸດ​ທີ 68.

        ກ່ອນ​ໜ້າ​ນັ້ນ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ​ໄດ້​ມີ​ບົດ​ກ່າວ​ປາ​ໄສ​ສຳຄັນ​ທີ່​ກອງ​ປະຊຸມສະມັດ​ຊາ​ໃຫຍ່​ສະ​ຫະປະຊາ​ຊາດ; ພົບ​ປະ​ເຈລະຈາ​ກັບ​ທ່ານ​ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດ ບານ​ກີ​ມູນ; ຕ້ອນຮັບ​ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ John Kerry; ຕ້ອນຮັບ​ຜູ້ຕາງໜ້າ​ທະນາຄານ​ໂລກ, ກອງ​ທຶນ​ເງິນຕາ​ສາກົນ ​ແລະ ​ເຮັດ​ວຽກ​ກັບ​ບາງ​ອົງການ​ຈັດ​ຕັ້ງ​ສາກົນ.

        ທີ່​ການ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຂອງສະມັດ​ຊາ​ໃຫຍ່​ສະ​ຫະປະຊາ​ຊາດ ດ້ວຍ​ຫົວ​ຂໍ້​ວ່າ “ມວນມະນຸດ​ຕ້ອງການ​ໂລກປອດ​ສົງຄາມ, ບໍ່​ອຶດຫິວ​ທຸກ​ຍາກ”. ຕອນ​ເຊົ້າ​ວັນ​ທີ 28 ກັນຍາ, ຢູ່​ສຳນັກງານ​ສະຫະ​ປະຊາ​ຊາດ (ສປຊ), ທ່ານ​ນາຍົກລັດຖະມົນ​ຕີ ຫງວຽນ​​ເຕີນ​ຢຸງ ​ໄດ້​ມີ​ບົດ​ກ່າວ​ປາ​ໄສ​ສຳຄັນ​ທີ່​ກອງ​ປະຊຸມ​ປຶ​ກສາ​ຫາລື​ຂັ້ນ​ສູງ​ຂອງ​ສະພາ​ຄວາມ​ໝັ້ນຄົງ ​ສປຊ ຊຸດ​ທີ 68. ບົດ​ກ່າວ​ປາ​ໄສ​ຂອງ​ທ່ານ​ນາຍົກ ​ໄດ້​ຍົກ​ອອກ​ຄວາມ​ສຳຄັນ​ຂອງ​ການ​ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຍຸດ​ທະ​ສາດ, ປະກອບສ່ວນ​ປັບປຸງ​ສັນຕິພາບ, ​ແກ້​ໄຂ​ບັນດາ​ການ​ປະ​ທະ​ກັນ​ໃນ​ໂລກ, ສະ​ແດງ​ຈິດ​ໃຈ​ຫວຽດນາມ ພ້ອມ​ແລ້ວ​ທີ່​ຈະ​ປະກອບສ່ວນ​ເຂົ້າ​ໃນ​ວຽກ​ງານ​ລວມຂອງ​ສປຊ ຢ່າງ​ຕັ້ງໜ້າ.

        ຂຶ້ນ​ຕົ້ນ​ບົດ​ກ່າວ​ປາ​ໄສ, ທ່ານ​ນາຍົກລັດຖະມົນຕີຊີ້​ແຈ້ງວ່າ ​ເຖິງ​ວ່າ​ໂລກ​ມີ​ການ​ປ່ຽນ​ແປງ​ຫຼາຍ​ຢ່າງ​ໃນ 1 ທົ​ດສະ​ວັດ​ຜ່ານ​ມາ, ​ເຖິງ​ວ່າ​ສັນຕິພາບ, ການ​ຮ່ວມ​ມື, ພັດທະນາ​ແມ່ນ​ທ່າ​ອຽງ​ຕົ້ນ​ຕໍ່​ໃນ​ປະຈຸ​ບັນກໍ່ຕາມ, ​ແຕ່​ໄພ​ເກີດ​ສົງຄາມ​ຍັງ​ບໍ່​ທັນ​ຖືກ​ປັດ​ເຂ່ຍ​ເທື່ອ. ສິ່ງ​ດັ່ງກ່າວ​ໄດ້​ວາງ​​ບັນດາ​ໜ້າ​ທີ່​ອັນ​ໜັກ​ໜ່ວງໃຫ້​ປະຊາ​ຄົມ​ໂລກ. ທ່ານ​ນາຍົກລັດຖະມົນຕີ​ເນັ້ນ​ໜັກ​ວ່າ ​ໃຜໆ​ເມື່ອ​ກຳ​ເນີ​ດຂຶ້ນ​ຕ່າງ​ກໍ່​ມີ​ສິດສະ​ເໝີ​ພາບ, ຊີວິດ​ຂອງ​ມະນຸດ ​ເຖິງ​ວ່າຈະ​ຢູ່​ທະວີບ​ໃດ​ກໍ່​ລ້ວນ​ແຕ່​ມນຄຸນຄ່າ​ຄ້າຍຄື​ກັນ. ທຸກໆ​ການ​ກະທຳ​ກະຫາຍ​ສົງຄາມ​ລ້ວນ​ແຕ່​ຖືກ​ກ່າວ​ປະນາມ, ສະກັດ​ກັ້ນ. ບໍ່​ວ່າຄວາມ​ມານະ​ພະຍາຍາມ​ໃດ​ທີ່​ສິກັດ​ກັ້ນ​ການ​ປະ​ທະ​ກັນ​ລ້ວນ​ແຕ່​ໄດ້​ຮັບ​ການ​ເຄົາ​ລົບ ​ແລະ ສະໜັບສະໜູນ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ​ເນັ້ນ​ໜັກ​ວ່າ.

        “ການ​ປະ​ທະ​ກັນ, ສົງຄາມ ພຽງ​ແຕ່​ຖືກສະກັດ​ກັ້ນເມື່ອ​ບັນດາ​ການ​ກະທຳ​ໄປ​ຝືນກັບ​ກົດ​ບັດ​ສປຊ, ຜິດກັບ​ກົດໝາຍ​ສາກົນ, ມີລັກສະນະ​ຈັດ​ວາງ... ຕ້ອງ​ຕໍ່ສູ້​ເພື່ອປັດ​ເຂ່ຍ. ສັນຕິພາບ​ໄດ້​ຮັບ​ການ​ຮັກສາ​ເມື່ອ​ບັນດາ​ປະ​ເທດ​ເຄົາ​ລົບ​ເອກະລາດປະຊາທິປະ​ໄຕ ​ແລະ ມູນ​ເຊື້ອ​ວັດທະນະທຳ​ຂອງ​ກັນ, ບໍ່​ຈັດ​ວາງ​ມາດຖານ​ດ້ານ​ການ​ເມືອງ, ຄຸນ​ສົນ​ບັດ​ຕໍ່ກັນ; ​ເມື່ອບົດບາດ​ຂອງ​ສປຊ, ສະພາ​ຄວາມ​ໝັ້ນຄົງ​ສປຊ ​ໄດ້​​ເສີມ​ຂະຫຍາຍ... ​ແລະ​​ເໜືອກ​ວ່າ​ສິ່ງ​ໃດໝົດ​ແມ່ນ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ລະຫວ່າງ​ບັນດາ​ປະ​ເທດ ​ເຊິ່ງຕ້ອງ​ໄດ້​ຮັບ​ການ​ເພີ່ມ​ພູນ​ຄຸນ​ສ້າງສຸດ​ຈິດ​ສຸດ​ໃຈຢ່າງ​ບໍ່​ຢຸດ​ຢັ້ງ, ທ່າ​ທີ​ຈິ່ງ​ໃຈ ​ແລະ ບັນດາ​ການ​ເຄື່ອນ​ໄຫວ​ແທດ​ຈິງ, ລະອຽດ. ”

        ​ແບ່ງປັນ​ກ່ຽວ​ກັບ​ບັນຫາ​ປະຕິບັດ​ບັນດາ​ຈຸດໝາຍ​ສະຫັດ​ສະ​ວັດ, ທ່ານ​ນາຍົກລັດຖະມົນຕີ ຢືນຢັນ​ວ່າ ​ເຖິງ​ວ່າ​ດ້ວຍ​ຄວາມ​ມານະ​ພະຍາຍາມ​ຕ້ານ​ຄວາມ​ອຶດຫິວ, ທຸກ​ຍາກ ບັນລຸ​ໄດ້ຜົນ​ງານ​ຫຼາຍ​ຢ່າງກໍ່ຕາມ, ​ແຕ່​​​ໄລຍະ​ຫ່າງ​ ລະຫວ່າງຜູ້​ຮັ່ງມີ ​ແລະ ທຸກ​ຍາກ​ຍັງ​ສືບ​ຕໍ່​ເພີ່ມ​ຂຶ້ນ. ທ່ານ​ນາຍົກລັດຖະມົນຕີຮຽກຮ້ອງ​ໃຫ້​ວົງ​ຄະນະ​ຍາດ​ສາກົນ ຕ້ອງ​ມານະ​ພະຍາຍາມ​ກວ່າ​ອີກ ​ໃຫ້​ແກ່​ໂຄງການ​ດຳ​ເນີນ​ງານ​ເພື່ອ​ການ​ພັດທະນາ​ພາຍຫຼັງ​ປີ 2015 ​ແນ​ໃສ່​ປົກ​ປັກ​ຮັກສາ​ສັນຕິພາບ, ຊຸກຍູ້​ການ​ຮ່ວມ​ມື, ລົບ​ລ້າງ​ຄວາມ​ອຶດຫິວ, ທຸກ​ຍາກ ​ແລະ ປົກປັກ​ຮັກສາ​ໜ່ວຍ​ໂລກ.

     ທ່ານ​ນາຍົກລັດຖະມົນຕີ ຢືນຢັນ​ວ່າ, ຫວຽດນາມ ​ໄດ້​ກ້າວ​ຂຶ້ນ​ຈາກ​ສົງຄາມທີ່​ນອງ​ເລືອດ​ເປັນ 2 ຄັ້ງ, ຫວຽດນາມ ​ໄດ້​ເລີ່​ມສ້າງສາ​ປະ​ເທດ​ຊາດ​ຄືນ​ໃໝ່, ປ່ຽນ​ໃໝ່, ​ເຊື່ອມ​ໂຍງ ​ແລະ ພັດທະນາ. ຫວຽດນາມ ​ໄດ້​ນຳ​ຈຸດໝາຍ​ພັດທະນາສະຫັດ​ສະ​ວັດ​ເຂົ້າ​ໃນ​ຍຸດ​ທະ​ສາດ​ພັດທະນາ​ຂອງ​ຕົນ, ສົມທົບ​​ການ​ເຕີບ​ໂຕ​ດ້ານ​ເສດຖະກິດກັບຄວາມ​ກ້າວໜ້າ​ຢ່າງ​ແໜ້ນ​ແຟ້ນ, ດ້ວຍ​ທິດ​ນຳ​ທີ່​ວ່າ​ມະນຸດ​ແມ່ນ​​ເປົ້າ​ໝາຍ, ​ແມ່ນ​ໃຈກາງ​ຂອງ​ການ​ພັດທະ​ນາ, ຫວຽດນາມ ​ເອົາ​ໃຈ​ໃສ່​​ເຖິງ​ການ​ລົງທຶນ​ໃຫ້​ແກ່​ສາທາລະນະ​ສຸກ, ການ​ສຶກສາ...ເປັນ​ພິ​ເສດ ​ໃຫ້​ແກ່​ປະຊາຊົນ, ​ໂດຍ​ສະ​ເພາະ​ແມ່ນ​ບັນດາ​ເຂດ​ທຸກ​ຍາກ, ປະຊາຊົນ​ເບັນດາຜົ່າ​ສ່ວນ​ໜ້ອຍ. ທ່ານນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ກ່າວ​ວ່າ.

      “ຍາມ​ໃດພວກ​ຂ້າພະ​ເຈົ້າກໍ່​ມານະ​ພະຍາຍາມ​ເຂົ້າ​ຮ່ວມ​ການສ້າງສັນ​ຕິ​ພາບ, ລົບ​ລ້າງ​ຄວາມ​ອຶດຫິວ, ທຸກ​ຍາກ, ປົກ​ປັກ​ຮັກສາໜ່ວຍ​ໂລກ​ຂອງ​ພວກ​ເຮົາ. ຫວຽ​ດນາມ ພ້ອມ​ແລ້ວ​ທີ່​ຈະ​ເຂົ້າ​ຮ່ວມ​ບັນດາ​ການ​ເຄື່​ອນ​ໄຫວ​ຮັກສາ​ສັນຕິພາບ​ຂອງ​ສປຊ. ຫວຽດນາມ ພວມ​ ​ແລະ ຈະແມ່ນ​ຄູ່​ຮ່ວມ​ມື​ທີ່​ໄວ້​ເນື້ອ​ເຊື່ອ​ໃຈ, ​ເປັນ​ສະມາຊິກ​ທີ່​ມີໜ້າ​ທີ່​ຮັບຜິດຊອບ​ຂອງ​ວົງ​ຄະນະ​ຍາດ​ສາກົນ.”

        ສິ້ນ​ສຸດ​ບົດ​ກ່າວ​ປາ​ໄສ, ທ່ານ​ນາຍົກລັດຖະມົນຕີ ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ “​ໂຄງການ​ດຳ​ເນີນ​ງານ​ເພື່ອ​ການ​ພັດທະນາ​ພາຍຫຼັງ​ປີ 2015” ຈະ​ສຳ​ເລັດ ມຸ່ງ​ໄປ​ເຖິງ​ໂລກ​ທີ່​ປອດ​ມີ​ສົງຄາມ, ບໍ່​ມີ​ຄວາມ​ອຶດຫິວ​ທຸກ​ຍາກ.
ຂ່າວ/ບົດ​ອື່ນ