ທ່ານນາຍົກລັດຖະມົນຕີ ຫງຽນຊວນຟຸກ ຊີ້ນຳວຽກງານກະກຽມຕ້ອນຮັບບຸນເຕັດໃຫ້ແກ່ປະຊາຊົນ

(VOVWORLD) -ຕອນເຊົ້າວັນທີ 20 ມັງກອນຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ເປັນປະທານກອງປະຊຸມຄະນະປະຈຳລັດຖະບານກ່ຽວກັບວຽກງານກະກຽມບຸນເຕັດໃຫ້ແກ່ປະຊາຊົນ.
ທ່ານນາຍົກລັດຖະມົນຕີ ຫງຽນຊວນຟຸກ ຊີ້ນຳວຽກງານກະກຽມຕ້ອນຮັບບຸນເຕັດໃຫ້ແກ່ປະຊາຊົນ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກກ່າວຄຳເຫັນທີ່ກອງປະຊຸມ

ກອງປະຊຸມແນໃສ່ກວດກາຄືນການກະກຽມຕ້ອນຮັບບຸນເຕັດເພຶ່ອບໍ່ປະໃຫ້ປະຊາຊົນຜູ້ໃດ, ເປັນຕົ້ນແມ່ນຄອບຄົວຫຍຸ້ງຍາກ, ບໍ່ມີເງື່ອນໄຂຕ້ອນຮັບບຸນເຕັດ, ບໍ່ປະໃຫ້ກຳມະກອນຜູ້ໃດບໍ່ໄດ້ຮັບເງິນເດືອນໃນໂອກາດບຸນເຕັດ.

ຕາມບົດລາຍງານຂອງກະຊວງອຸດສາຫະກຳ ແລະ ການຄ້າ ຢູ່ກອງປະຊຸມແລ້ວ, ກະຊວງໄດ້ກະກຽມແຫຼ່ງສິນຄ້າ, ຜັນຂະຫຍາຍແຜນການກະທຳເຮັດໃຫ້ຕະຫຼາດເປັນປົກກະຕິ, ເປັນຕົ້ນແມ່ນກ່ຽວກັບຊີ້ນໝູ; ສົ່ງສິນຄ້າໄປຍັງຊົນນະບົດ, ເຂດພູສູງ, ເຂດທະເລໝູ່ເກາະ, ເພິ່ມທະວີການກວດກາຕະຫຼາດ, ຕ້ານການຄ້າເຖື່ອນ, ສໍ້ໂກງການຄ້າ, ຮັບປະກັນຄວາມປອດໄພສະບຽງອາຫານ.

ໃນຂະນະນັ້ນ, ກະຊວງແຮງງານ-ທະຫານເສຍອົງຄະ ແລະ ສັງຄົມໃຫ້ຮູ້ວ່າການເຄື່ອນໄຫວເບິ່ງແຍງດູແລໃຫ້ແກ່ບັນດາເປົ້າໝາຍນະໂຍບາຍ, ຜູ້ມີຄຸນງາມຄວາມດີຕໍ່ປະເທດຊາດ, ຄອບຄົວທຸກຍາກ ແລະ ຜູ້ອອກແຮງງານຂອງບັນດາທ້ອງຖີ່ນໄດ້ຮັບຄວາມເອົາໃຈໃສ່ຢ່າງຄົບຖ້ວນ.

ເມື່ອມອບໜ້າທີ່ໃຫ້ບັນດາຫົວໜ່ວຍໃນໄລຍະຈະມາເຖິງ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ຊີ້ແຈ້ງວ່າ:

        “ຮຽກຮ້ອງໃຫ້ບັນດາຂະແໜງການ, ຂັ້ນຕ່າງໆ ບໍ່ພຽງແຕ່ກະກຽມສິນຄ້າໃຫ້ບັນດາເຂດຕົວເມືອງ ແລະ ຊົນນະບົດເທົ່ານັ້ນ, ຫາກຍັງຕ້ອງເອົາໃຈໃສ່ເຖິງເຂດຫ່າງໄກສອກຫຼີກ. ບັນດາກະຊວງ, ບັນດາອົງການ ໂດຍສະເພາະແມ່ນບັນດາວິສາຫະກິດ ຕ້ອງຮັບປະກັນເງິນເດືອນ, ເງິນອຸດໜູນ ອີກດ້ວຍ. ຄວາມປອດໄພໃຫ້ແກ່ປະຊາຊົນ ກໍຕ້ອງໄດ້ຮັບປະກັນໃຫ້ດີທີ່ສຸດ, ໂດຍສະເພາະແມ່ນເຂດຊົນນະບົດ, ພິເສດແມ່ນ ບໍ່ປະໃຫ້ເກີດສະພາບຜິດປົກກະຕິໃນຍາມບຸນເຕັດ. ສືບຕໍ່ຄວບຄຸມກວດກາງານບຸນຕ່າງໆທີ່ຈັດຂຶ້ນພາຍຫຼັງບຸນເຕັດຢູ່ແຕ່ລະທ້ອງຖິ່ນໃຫ້ເປັນຢ່າງດີ, ຮັບປະກັນຄວາມສະຫງົບ, ປອດໄພ”.

ຕອບກັບ

ຂ່າວ/ບົດ​ອື່ນ