ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ​ ຫວຽດ​ນາມ ຫງວຽນ​ຊັວນ​ຟຸກ ຕ້ອນ​ຮັບປະ​ທ່ານກຸ່ມ​ບໍ​ລິ​ສັດ TTI

(VOVWORLD) -ຕອນບ່າຍວັນທີ 6 ສິງຫາ, ທີ່ສຳນັກງານລັດຖະບານ, ທ່ານ ຫງວຽນຊັວນຟຸກ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານHorst Julius Pudwill ປະທານກຸ່ມບໍລິສັດ TTI. ກຸ່ມບໍລິສັດ TTI ໄດ້ສ້າງຕັ້ງຂຶ້ນໃນປີ 1985, ມີສຳນັກງານໃຫ່ຍຕັ້ງຢູ່ ຮົ່ງກົງ (ປະເທດຈີນ), ຜະລິດອຸປະກອນໄຟຟ້າອຸດສະຫະກຳໄຮສາຍແຖວໜ້າຂອງ ໂລກ.
ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ​ ຫວຽດ​ນາມ ຫງວຽນ​ຊັວນ​ຟຸກ ຕ້ອນ​ຮັບປະ​ທ່ານກຸ່ມ​ບໍ​ລິ​ສັດ TTI - ảnh 1ທ່ານ ຫງວຽນຊວັນຟຸກ ນາຍົກລັດຖະມົນຕີ ຫວຽດນາມ ແລະ   ທ່ານ Horst Julius Pudwill ປະທານກຸ່ມບໍລິສັດ TTI (ພາບ: VGP)

ທີ່ການຕ້ອນຮັບ, ທ່ານ ຫງວຽນຊວັນຟຸກ ນາຍົກລັດຖະມົນຕີ ຫວຽດນາມ ຢັ້ງຢືນວ່າ: ລັດຖະບານ ຫວຽດນາມ ໃຫ້ຄຳໝັ້ນສັນຍາວ່າຈະສ້າງເງື່ອນໄຂສະດວກ ໃຫ້ແກ່ບັນດານັກລົງທຶນ, ໃນນັ້ນມີກຸ່ມບໍລິສັດ TTI, ທຳມາຫາກິນປະສົບຜົນສຳເລັດ. ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊັວນຟຸກ ໃຫ້ຮູ້ວ່າ: ຫວຽດນາມ ມີທ່າແຮງບົ່ມຊ້ອນ ຢ່າງໃຫ່ຍຫຼວງໃນການລົງທຶນ, ເປັນຕົ້ນແມ່ນການລົງທຶນດ້ານເຕັກໂນໂລຢີສູງ. ສະນັ້ນ, ທ່ານ ນາຍົກລັດຖະມົນຕີສະເໜີຈຶ່ງໃຫ້ກຸ່ມບໍລິສັດເປີດກວ້າງລົງທຶນດ້ານເຕັກໂນໂລຢີສູງຢູ່ນະຄອນດ່າໜັງ, ນະຄອນໂຮ່ຈີມິນ ແລະ ນະຄອນຫຼວງຮ່າໂນ້ຍ. ທ່ານນາຍົກລັດຖະມົນຕີກໍ່ໄດ້ຢັ້ງຢືນຕື່ມວ່າ ສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດຢູ່ ຫວຽດນາມ ກຳລັງມີຄວາມດຶງດູດທີ່ສຸດ, ໄດ້ຮັບການປັບປຸງປົວແປງຢູ່ເລື້ອຍໆ, ສູ້ຊົນໃຫ້ໄດ້ໃນກຸ່ມແຖວໜ້າຂອງອາຊຽນ. ວິສະຫະກິດໃຫ່ຍຫຼາຍແຫ່ງໄດ້ລົງທຶນ, ຜະລິດບັນດາຜະລິດຕະພັນເຕັກໂນໂລຢີສູງຢູ່ຫວຽດນາມ, ເພື່ອສົ່ງອອກສູ່ຕະຫຼາດໂລກ. ລັດຖະບານຫວຽດນາມສະແດງຄວາມຊົມເຊີຍຕໍ່ບັນດາໂຄງການລົງທຶນດ້ານເຕັກໂນໂລຢີສູງກໍ່ຄື TTI ແລະ ຈະໃຫ້ບຸຸລິມະສິດໜູນຊ່ວຍເປັນພິເສດ.

        ທ່ານ Horst Julius Pudwill ປະທານກຸ່ມບໍລິສັດ TTIມີຄວາມປາດຖະໜາທີ່ຈະລົງທຶນຢູ່ຫວຽດນາມໃຫ້ຫຼາຍກ່ວາອີກ. ທ່ານຫວັງວ່າພາຍຫຼັງທີ່ລົງທຶນຢູ່ຫວຽດນາມແລ້ວ, ລາຍຮັບຂອງກຸ່ມບໍລິສັດຈະເຕີບໂຕຢ່າງແຮງຂຶ້ນກວ່າເກົ່າ. ບໍ່ພຽງແຕ່ເທົ່ານັ້ນ, TTI ຍັງຈະລົງທຶນ ເຂົ້າໃນການຄົ້ນຄ້ວາພັດທະນາ, ໂຮງຮຽນບຳລຸງສ້າງວິຊາຊີບຕາມມາດຕະຖານຂອງເຢຍລະມັນເພື່ອຈະໄດ້ບຳລຸງສ້າງນັກວິສະວະກອນຫວຽດນາມຕື່ມອີກ.

ຕອບກັບ

ຂ່າວ/ບົດ​ອື່ນ