ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຫງວຽນ​ຊວັນ​ຟຸກ ພົບ​ປະ​ກັບ​ຄະ​ນະ​ນັກ​ກິ​ລາ ຫວຽດ​ນາມ

(VOVWORLD) - ກ່າວຄຳເຫັນທີ່ການພົບປະກັບຄະນະນັກກິລາ ຫວຽດນາມເຂົ້າຮ່ວມ Sea Games ຄັ້ງທີ 30, ໃນຕອນເຊົ້າວັນທີ 22 ທັນວາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊັວນຟຸກ ໄດ້ສະແດງຄວາມຊົມເຊີຍຄະນະນັກກິລາ ຫວຽດນາມ ກ່ຽວກັບບັນດາຜົນງານດີເດັ່ນທີ່ບັນລຸໄດ້ໃນ Sea Games ຄັ້ງທີ 30.

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຫງວຽນ​ຊວັນ​ຟຸກ ພົບ​ປະ​ກັບ​ຄະ​ນະ​ນັກ​ກິ​ລາ ຫວຽດ​ນາມ - ảnh 1 ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ມອບຂອງຂວັນໃຫ້ແກ່ຄະນະນັກກິລາ ຫວຽດນາມ

(ພາບ: VGP)

ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ ນີ້ແມ່ນ Sea Games ຄັ້ງປະຫວັດສາດເປັນໜ້າຈົດຈຳທີ່ສຸດຂອງຄະນະນັກກິລາ ແລະ ຢັ້ງຢືນວ່າ ບັນດາຫຼຽນໄຊທັງໝົດເຊິ່ງແຕ່ລະໝູ່ຄະນະ, ສ່ວນບຸກຄົນບັນລຸໄດ້ລ້ວນແຕ່ເປັນໜ້າເຄົາລົບ, ລ້ວນແຕ່ແມ່ນ ຢາດເຫື່ອ ແລະ ກຳລັງແຮງຂອງທຸກຄົນ. ທ່ານກ່າວວ່າ:

ມີກິລາບາງປະເພດຫາກໍ່ພັດທະນາຢູ່ ຫວຽດນາມ ແຕ່ກໍ່ສາມາດບັນລຸໄດ້ໝາກຜົນດີເດັ່ນ. ມີຫຼາຍແບບຢ່າງ, ເຖິງວ່າ ຮ່າງກາຍໄດ້ຮັບບາດເຈັບກໍ່ຕາມແຕ່ກໍ່ບໍ່ຍອມແພ້. ບັນດາຮູບພາບດັ່ງກ່າວໄດ້ສ້າງຄວາມຕື້ນຕັນໃຈເປັນຢ່າງຍິ່ງ.

        ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ, Sea Games ຄັ້ງນີ້ ແມ່ນເປັນໜ້າຈົດຈຳ, ນຳມາເຊິ່ງ ຄວາມເອກອ້າງທະນົງໃຈໃຫ້ແກ່ປະເທດຊາດ, ສ້າງບັນຍາກາດເບີກບານມ່ວນຊື່ນ ໃນໝູ່ປະຊາຊົນ.

ຕອບກັບ

ຂ່າວ/ບົດ​ອື່ນ