ທ່ານ​ນາຍົກ​ລັດຖະມົນຕີ ຫວຽດນາມ ຫງວຽນຊວັນ​ຟຸກ ​ໃຫ​້ກ​​ຳລັງ​ໃຈ ຄູ​ຝຶກ Park Hang Seo ​ແລະ ທິມບານ​ເຕະ U22 ຫວຽດນາມ

(VOVWORLD) -  ໃນການຖະແຫຼງຂ່າວ ທີ່ໄດ້ດໍາເນີນກ່ອນນັດການແຂ່ງຂັນບານເຕະຊາຍ Sea Games 2019, ຄູຝຶກ Park Hang Seo ເຜີຍໃຫ້ຮູ້ ກ່ຽວກັບຂໍ້ຄວາມໃຫ້ກໍາລັງໃຈຈາກທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ. 
ທ່ານ​ນາຍົກ​ລັດຖະມົນຕີ ຫວຽດນາມ ຫງວຽນຊວັນ​ຟຸກ ​ໃຫ​້ກ​​ຳລັງ​ໃຈ ຄູ​ຝຶກ Park Hang Seo ​ແລະ ທິມບານ​ເຕະ U22 ຫວຽດນາມ - ảnh 1 ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ (ພາບປະກອບ)

      ໃນຂໍ້ຄວາມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ລະດົມກໍາລັງໃຈຕໍ່່ຄະນະຄູຝຶກ ແລະ ທິມບານເຕະ U22 ຫວຽດນາມ ຈົ່ງມານະພະຍາຍາມຍາດເອົາຊະນະມາໃຫ້ປະເທດຊາດ. ຄູຝຶກ Park Hang Seo ຢັ້ງຢືນວ່າ ນັກກິລາບານເຕະທຸກຄົນ ພ້ອມດ້ວຍຄະນະຄູຝຶກຂໍໝັ້ນໝາຍວ່າ ຈະຕັດສິນໃຈແຂ່ງຂັນ ເພື່ອໃຫ້ສົມກັບຄວາມຮັກແພງ ແລະ ການສະໜັບສະໜູນຂອງປະຊາຊົນ ແລະ ຄວ້າເອົາຫຼຽນຄໍາ Sea Games 2019.

        ນັດແຂ່ງຂັນຮອບຊີງຊະນະເລີດກິລາປະເພດບານເຕະຊາຍ Sea Games 30 ລະຫວ່າງ U22 ຫວຽດນາມ ແລະ U22 ອິນໂດເນເຊຍ ຈະດໍາເນີນໃນເວລາ 19 ໂມງ ຂອງວັນທີ 10 ທັນວາ ຢູ່ສະໜາມກິລາ Rizal Memorial, ນະຄອນຫຼວງ ມານີລາ ປະເທດ ຟີລິບປິນ.


ຕອບກັບ

ຂ່າວ/ບົດ​ອື່ນ