ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ອັງ​ກິດ ຢື​ນຢັນ​ບໍ່​ໂຈະ Brexit

(VOVWORLD) -ໃນຂະນະນັ້ນ, ກ່ຽວກັບບັນຫານີ້, ທ່ານປະທານາທິບໍດີ Emmaunuel Macron ໄດ້ຊີ້ແຈ້ງວ່າ ບັນດາການເຈລະຈາຕ້ອງໄດ້ຮັບການສືບຕໍ່ດຳເນີນຢ່າງໄວວາໃນຊຸມວັນຈະມາເຖິງເພື່ອແນໃສ່ຕີລາຄາວ່າ ຂໍ້ຕົກລົງນັ້ນຈະເປັນໄປໄດ້ຫຼືບໍ່, ໃນເມື່ອທີ່ຍັງເຄົາລົບຕໍ່ບັນດາຫຼັກການຂອງ EU.
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ອັງ​ກິດ ຢື​ນຢັນ​ບໍ່​ໂຈະ Brexit - ảnh 1ທ່ານນາຍົກລັດຖະມົນຕີອັງກິດ Boris Johnson (ພາບ: TTXVN) 

ວັນທີ 6 ຕຸລາ, ທີ່ການເຈລະຈາຜ່ານໂທລະສັບກັບທ່ານ ປະທານາທິບໍດີ ຝລັ່ງ Emmaunuel Macron, ທ່ານນາຍົກລັດຖະມົນຕີ ອັງກິດ Johnson ໄດ້ ຢືນຢັນວ່າຈະບໍ່ໂຈະ ເລື່ອງ ອັງກິດຖອນຕົວອອກຈາກ ສະຫະພາບເອີລົບ (EU), ຫຼືຍັງໄດ້ເອີ້ນວ່າ Brexit,  ຈົນຮອດຫຼັງວັນທີ 31 ຕຸລາ, ໂດຍບໍ່ຫົວຊາຕໍ່ເລື່ອງບັນດາສະມາຊິກລັດຖະສະພາອັງກິດໄດ້ຮັບຮອງເອົາກົດໝາຍຮຽກຮ້ອງໃຫ້ທ່ານ ຕ້ອງສືບຕໍ່ໂຈະ Brexit ຖ້າວ່າບໍ່ຮັບປະກັນຈະບັນລຸໄດ້ຂໍ້ຕົກລົງ ກ່ອນເວລາສິ້ນສຸດກອງປະຊຸມສຸດຍອດ EU ໃນວັນທີ 18 ຕຸລາ. ຕາມການນຳອັງກິດແລ້ວ, ກົດໝາຍນີ້ພວມ “ທຳລາຍບັນດາການເຈລະຈາ, ແຕ່ ຖ້າຫາກການນຳ EU ຖືວ່າ ເອກະສານນີ້ຈະສະກັດກັ້ນເລື່ອງ ອັງກິດຖອນຕົວອອກຈາກ EU ໂດຍບໍ່ມີຂໍ້ຕົກລົງ, ນີ້ຈະເປັນຄວາມເຂົ້າໃຈຜິດຄັ້ງປະຫວັດສາດ.”

        ໃນຂະນະນັ້ນ, ກ່ຽວກັບບັນຫານີ້, ທ່ານປະທານາທິບໍດີ Emmaunuel Macron ໄດ້ຊີ້ແຈ້ງວ່າ ບັນດາການເຈລະຈາຕ້ອງໄດ້ຮັບການສືບຕໍ່ດຳເນີນຢ່າງໄວວາໃນຊຸມວັນຈະມາເຖິງເພື່ອແນໃສ່ຕີລາຄາວ່າ ຂໍ້ຕົກລົງນັ້ນຈະເປັນໄປໄດ້ຫຼືບໍ່, ໃນເມື່ອທີ່ຍັງເຄົາລົບຕໍ່ບັນດາຫຼັກການຂອງ EU.

ຕອບກັບ

ຂ່າວ/ບົດ​ອື່ນ