ທ່ານນາຍົກລັດຖະມົນຕີຈີນ ຫຼີເຄີຊຽງ: ຈີນ ເປີດອົກເປີດໃຈກັບ CPTPP

(VOVWORLD) -ທ່ານໄດ້ເຕື້ອງເຖິງຫຼາຍບັນຫາທາງດ້ານເສດຖະກິດຂອງຈີນ ແລະ ການພົວພັນລະຫວ່າງຈີນ ກັບບັນດາປະເທດ.

ທ່ານນາຍົກລັດຖະມົນຕີຈີນ ຫຼີເຄີຊຽງ: ຈີນ ເປີດອົກເປີດໃຈກັບ CPTPP - ảnh 1 ທ່ານນາຍົກລັດຖະມົນຕີ ຫຼີເຄີຊຽງ

(ພາບ: Tân Hoa Xã/VOV)

ພາຍຫຼັງພິທີອັດກອງປະຊຸມສະພາແຫ່ງຊາດໃນຕອນບ່າຍວັນທີ 28 ພຶດສະພາ, ຢູ່ປັກກິງ, ປະເທດຈີນ, ທ່ານນາຍົກລັດຖະມົນຕີ ຫຼີເຄີຊຽງ ໄດ້ມີການພົບປະກັບວົງການນັກຂ່າວທັງຢູ່ພາຍໃນ ແລະ ຕ່າງປະເທດ. ທ່ານໄດ້ເຕື້ອງເຖິງຫຼາຍບັນຫາທາງດ້ານເສດຖະກິດຂອງຈີນ ແລະ ການພົວພັນລະຫວ່າງຈີນ ກັບບັນດາປະເທດ.

        ທີ່ກອງປະຊຸມຂ່າວ, ທ່ານນາຍົກລັດຖະມົນຕີ ຫຼີເຄີຊຽງ ໄດ້ເຕື້ອງເຖິງເລື່ອງຮັກສາພື້ນຖານເສດຖະກິດໃຫ້ເປັນປົກກະຕິ ແລະ ສ້າງສັງຄົມໃຫ້ມີຢູ່ມີກິນຢ່າງຮອບດ້ານ; ຮັບປະກັນການພົວພັນລະຫວ່າງຈີນ ແລະ ອາເມລິກາ ບໍ່ຖືກ “ແຕກແຍກອອກຈາກກັນ”. ທ່ານຖືວ່າ, ການພົວພັນລະຫວ່າງຈີນ - ອາເມລິກາ ແມ່ນມີຄວາມໝາຍສຳຄັນຕໍ່ທັງ 2 ປະເທດ ແລະ ໂລກ. ທ່ານໄດ້ຮຽກຮ້ອງໃຫ້ 2 ຝ່າຍ “ເຄົາລົບຜົນປະໂຫຍດທີ່ເປັນແກ່ນສານຫຼັກແຫຼ່ງ ແລະ ຄວາມວິຕົກກັງວົນອັນໃຫຍ່ຫຼວງຂອງກັນ, ຊອກຫາການຮ່ວມມືພ້ອມກັນມີຜົນປະໂຫຍດ”, ຍ້ອນວ່າ ເມື່ອ 2 ພື້ນຖານເສດຖະກິດແຖວໜ້າຂອງໂລກຖືກ “ແຍກອອກ” ນັ້ນ, ບໍ່ມີຝ່າຍໃດໄດ້ຮັບຜົນປະໂຫຍດ ແລະ ກໍ່ຄວາມເສຍຫາຍໄປທົ່ວໂລກ.

        ກ່ຽວກັບການຮ່ວມມືກັບບັນດາປະເທດຢູ່ເຂດອ້ອມຂ້າງໃນພາກພື້ນອາຊີ, ທ່ານນາຍົກລັດຖະມົນຕີ ຫຼີເຄີຊຽງ, ເນັ້ນໜັກວ່າ.

        “ທີ່ບັນດາກອງປະຊຸມຂັ້ນສູງອາຊີຕາເວັນອອກ ເມື່ອປີ 2019 ນັ້ນ, ການນຳ 15 ປະເທດໄດ້ໃຫ້ຄຳໝັ້ນສັນຍາວ່າ, 5 ປີຈະລົງນາມໃນສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP) ໃຫ້ຖືກຕ້ອງຕາມການກຳນົດເວລາ. ຂ້າພະເຈົ້າມີຄວາມຫວັງ ແລະ ເຊື່ອໝັ້ນວ່າ ຄຳໝັ້ນສັນຍາດັ່ງກ່າວຈະໄດ້ຮັບການປະຕິບັດ… ດ້ວຍເລື່ອງເຂົ້າເປັນສະມາຊິກ CPTPP, ຈີນ ໄດ້ຮັກສາທ່າທີຢ່າງຕັ້ງໜ້າ, ເປີດອົກເປີດໃຈ”.

        ໃນບັນຫາສືບສວນຕົ້ນກຳເນີດຂອງໂລກລະບາດໂຄວິດ-19, ທ່ານນາຍົກລັດຖະມົນຕີຈີນ ໃຫ້ຮູ້ວ່າ: ເລື່ອງຊອກຫາຕົ້ນກຳເນີດຢ່າງມີວິທະຍາສາດຈະຊ່ວຍປ້ອງກັນ,ຄວບຄຸມໂລກລະບາດໄດ້ເປັນຢ່າງດີກວ່າ.

ຕອບກັບ

ຂ່າວ/ບົດ​ອື່ນ