ທ່ານ​ນາຍົກລັດຖະມົນຕີຊ​ີ​້ນໍາ​ການຮັບ​ມື​ກັບ​​ໄພ​ທໍາ​ມະ​ຊາດ, ຝົນຕົກໜັກຜິດ​ປົກກະຕິ

(VOVWORLD) -        ໃນໄລຍະຜ່ານມາ, ບາງປະເທດໃນພາກພື້ນ ໄດ້ເກີດຝົນຕົກໜັກແກ່ຍາວຫຼາຍມື້ໃນບໍລິເວນກວ້າງ, ອັນໄດ້ສົ່ງຜົນເສຍຫາຍອັນໜັກໜ່ວງເຖິງຊີວິດອິນຊີ ແລະ ຊັບສິນ. 
ທ່ານ​ນາຍົກລັດຖະມົນຕີຊ​ີ​້ນໍາ​ການຮັບ​ມື​ກັບ​​ໄພ​ທໍາ​ມະ​ຊາດ, ຝົນຕົກໜັກຜິດ​ປົກກະຕິ - ảnh 1 (ພາບປະກອບ: baochinhphu.vn)

ເພື່ອເປັນເຈົ້າການໃນການປ້ອງກັນ ແລະ ຮັບມືກັບສະພາບທີ່ເກີດຂຶ້ນຢ່າງຜິດປົກກະຕິຂອງໄພທໍາມະຊາດ ຕໍ່ໜ້າຜົນກະທົບຈາກການປ່ຽນແປງຂອງດິນຟ້າອາກາດ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ຮຽກຮ້ອງໃຫ້ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມຫວຽດນາມ ຊີ້ນໍາ, ຈັດຕັ້ງການຕິດຕາມສະພາບການຜັນແປຂອງດິນຟ້າອາກາດ, ໄພທໍາມະຊາດຢ່າງໃກ້ຊິດ, ການພະຍາກອນ, ກ່າວເຕືອນ, ແຈ້ງຂ່າວໃຫ້ບັນດາອົງການຮັບຜິດຊອບ ແລະ ປະຊາຊົນຮັບຮູ້ຢ່າງທັນການ ເພື່ອຮັບໃຊ້ວຽກງານຊີ້ນໍາ, ຮັບມື.

        ຄະນະຊີ້ນໍາສູນກາງກ່ຽວກັບການປ້ອງກັນ, ຕ້ານໄພທໍາມະຊາດ, ຄະນະກໍາມະການແຫ່ງຊາດກ່ຽວກັບການຮັບມືກັບອຸປະຕິເຫດ, ໄພທໍາມະຊາດ ແລະ ຊອກຫາ, ກູ້ໄພກູ້ຊີບໄດ້ ຊີ້ນໍາ, ສໍາຫຼວດກວດຄືນວິທີການຮັບມືກັບບັນດາກໍລະນີໄພທໍາມະຊາດທີ່ອາດຈະເກີດຂຶ້ນ, ໃນນັ້ນຕ້ອງມີວິທີການຮັບມືຢ່າງລະອຽດ ເມື່ອເກີດມີຝົນຕົກໜັກ, ນໍ້າຖ້ວມຢ່າງຜິດປົກກະຕິໃນບໍລິເວນກວ້າງ, ແນໃສ່ເປັນເຈົ້າການຮັບມື, ຈໍາກັດຜົນເສຍຫາຍກ່ຽວກັບຊີວິດອິນຊີ ແລະ ຊັບສິນຂອງປະຊາຊົນ.

ຕອບກັບ

ຂ່າວ/ບົດ​ອື່ນ