ທ່ານນາຍົກລັດຖະມົນຕີລາວທອງລຸນ ສີສຸລິດເດີນທາງໄປຢ້ຽມຢາມນະຄອນດາໜັງ

(VOVWORLD) -ໃນຂອບເຂດການຢ້ຽມຢາມສສ. ຫວຽດນາມຢ່າງເປັນທາງການຂອງຄະນະຜູ້ແທນຂັ້ນສູງລັດຖະບານແຫ່ງສປປ.ລາວຕາມຄຳເຊີນຂອງທ່ານຫງວຽນຊວັນຟຸກນາຍົກລັດຖະມົນຕີຫວຽດນາມແຕ່ວັນທີ 1-3 ຕຸລາ 2019, ຕອນຄ່ຳວັນທີ 2 ຕຸລາ, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີລາວໄດ້ນຳໜ້າຄະນະຜູ້ແທນຂັ້ນສູງລັດຖະບານແຫ່ງສປປ.ລາວ, ເດີນທາງໄປຢ້ຽມຢາມແລະເຮັດວຽກຢູ່ນະຄອນດາໜັງ.
ທ່ານນາຍົກລັດຖະມົນຕີລາວທອງລຸນ ສີສຸລິດເດີນທາງໄປຢ້ຽມຢາມນະຄອນດາໜັງ - ảnh 1 ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີລາວ ແລະ ທ່ານ ຫວໍກົງຈີ໊, ຮອງເລຂາ, ຜູ້ປະຈຳການຄະນະພັກ ນະຄອນດາໜັງ

        ທີ່ການພົບປະ, ທ່ານ ຫວໍກົງຈີ໊, ຮອງເລຂາ, ຜູ້ປະຈຳການຄະນະພັກ ນະຄອນດາໜັງຢັ້ງຢືນວ່າ: ສາຍພົວພັນມິດຕະພາບລະຫວ່າງ ຫວຽດນາມ-ລາວ ແມ່ນສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ. ດ້ວຍທ່າການຮ່ວມມືພັດທະນາລະຫວ່າງ ສອງປະເທດ, ນະຄອນດາໜັງ ກໍ່ເປັນເຈົ້າການໃນການສົ່ງເສີມ ແລະ ມີຫຼາຍລາຍການຮ່ວມມືກັບບັນດາຄູ່ຮ່ວມມືລາວທີ່ມີປະສິດທິຜົນ.

        ສາຍພົວພັນການຮ່ວມມືລະຫວ່າງ ນະຄອນດາໜັງ ແລະ ບັນດາທ້ອງຖິ່ນຂອງລາວ ແມ່ນໄດ້ຮັບໝາກຜົນຫຼາຍຢ່າງໃນຫຼາຍຂົງເຂດ. ໃນນັ້ນ, ນະຄອນດາໜັງ ກໍ່ໄດ້ຜັນຂະຫຍາຍບັນດາໂຄງການໜູນຊ່ວຍ 5 ແຂວງ, ໃນບັນດາຂົງເຂດການສຶກສາ ບຳລຸງສ້າງ, ກະສິກຳ, ກໍ່ສ້າງໂຮງຮຽນ, ສູນພາສາຫວຽດ, ແລກປ່ຽນຮຽນຮູ້ບົດຮຽນການວາງແຜນຜັງຕົວເມືອງ... ດ້ວຍງົບປະມານກວ່າ 60 ຕື້ ດົ່ງ. ບັນດາວິສາຫະກິດການທ່ອງທ່ຽວຂອງສອງຝ່າຍ ໄດ້ຮ່ວມມືກັນຜັນຂະຫຍາຍລາຍການທ່ອງທ່ຽວທາງບົກ (caravan) ແຕ່ປະເທດໄທໄປຜ່ານລາວແລ້ວເຂົ້າສູ່ຫວຽດນາມ./.

ຕອບກັບ

ຂ່າວ/ບົດ​ອື່ນ